ຈີນ ຍົກເວັ້ນອາກອນມູນຄ່າເພີ່ມ ສຳລັບທຸລະກິດຂະໜາດນ້ອຍ

27

ສຳນັກຂ່າວ ຊິນຫົວລາຍງານວ່າ ກະຊວງການເງິນ ຂອງຈີນເປີດເຜີຍວ່າ: ຈີນ ຈະຍົກເວັ້ນອາກອນມູນຄ່າເພີ່ມ ໃຫ້ແກ່ທຸລະກິດຂະໜາດນ້ອຍ ທີ່ມີຍອດຈຳໜ່າຍລາຍເດືອນ ບໍ່ເກີນ 100.000 ຢວນ ຕະຫຼອດ ປີ 2023.

May be an image of 8 people and people standing

ກະຊວງການເງິນຂອງຈີນ ຍັງກຳນົດນະໂຍບາຍຫຼຸດຜ່ອນພາສີ ສຳລັບຜູ້ເສຍພາສີທີ່ກ່ຽວຂ້ອງກັບການບໍລິການ ເຊັ່ນ: ບໍລິການໄປສະນີ ແລະ ໂທລະຄົມມະນາຄົມ ເຊິ່ງ ຈີນ ດຳເນີນມາດຕະການຫຼຸດຜ່ອນພາສີ ແລະ ຄ່າທຳນຽມເປັນວົງກວ້າງ ໃນໄລຍະບໍ່ເທົ່າໃດປີມານີ້ ເພື່ອສະໜັບສະໜູນການເຕີບໂຕທາງເສດຖະກິດ ໂດຍໄດ້ຮຽກຮ້ອງໃຫ້ຄືນອາກອນມູນຄ່າເພີ່ມສູງເປັນປະຫວັດການ ໃນປີ 2022 ໂດຍກວມເອົາມູນຄ່າປະມານ 2,4 ພັນຕື້ຢວນ.

May be an image of 4 people and people standing