ຊູແອັດ ຄົ້ນພົບແຮ່ທາດຫາຍາກ ໃຫຍ່ທີ່ສຸດໃນເອີຣົບ

38

ສຳນັກຂ່າວຣອຍເຕີລາຍງານວ່າ: ບໍລິສັດຂຸດຄົ້ນບໍ່ແຮ່ LKAB ຂອງຊູແອັດ ໄດ້ຄົ້ນພົບແຫຼ່ງແຮ່ທາດ ແຣເອີດ “ Rare Earth ” ເຊິ່ງເປັນແຮ່ຫາຍາກ ໃນປະລິມານ 1 ລ້ານໂຕນ ໃນປະເທດຊູແອັດ ນັບວ່າໃຫຍ່ທີ່ສຸດໃນທະວີບເອີຣົບ ເມື່ອວັນທີ 12 ມັງກອນຜ່ານມາ ໂດຍແຮ່ຫາຍາກຊະນິດນີ້ ມັກໃຊ້ເຂົ້າໃນການຜະລິດສິນຄ້າຫຼາຍຊະນິດ ນັບຕັ້ງແຕ່ຊິ້ນສ່ວນໂທລະສັບມືຖື ຈົນຮອດການຜະລິດອາວຸດທາງການທະຫານ.

May be an image of 2 people, people standing and indoor

ລາຍງານລະບຸວ່າ: ຂະນະນີ້ຍັງບໍ່ທັນໄດ້ຂຸດຄົ້ນແຮ່ຫາຍາກ Rare Earth ໃນທະວີບເອີຣົບເທື່ອ, ດັ່ງນັ້ນການນຳໃຊ້ແຮ່ດັ່ງກ່າວໃນທະວີບເອີຣົບ ເປັນການນຳເຂົ້າຈາກຈີນ ເຖິງ 98% ໃນປີ 2021 ແລະ ເຖິງວ່າການຄົ້ນພົບຄັ້ງນີ້ຈະເປັນແຫຼ່ງໃຫຍ່ທີ່ສຸດໃນເອີຣົບ ແຕ່ຫາກທຽບໃສ່ປະລິມານທົ່ວໂລກແລ້ວ ບໍ່ເຖິງ 1% ຂອງປະລິມານແຮ່ Rare Earth ທົ່ວໂລກທີ່ມີ 120 ລ້ານໂຕນ.

ທັງນີ້, ແຮ່ທາດ Rare Earth ເປັນແຮ່ທາດຫາຍາກ ປະກອບດ້ວຍທາດທັງໝົດ 17 ທາດ ແລະ ຖືກນຳໃຊ້ເຂົ້າໃນການຜະລິດຊິ້ນສ່ວນສິນຄ້າທີ່ສຳຄັນຕໍ່ການດຳລົງຊີວິດຂອງຄົນເຮົາໃນຍຸກປັດຈຸບັນ ເຊັ່ນ: ຊິ້ນສ່ວນໂທລະສັບມືຖື, ຄອມພິວເຕີ, ລົດໄຟ, ລົດໄຟຟ້າ, ກັງຫັນລົມ ຕະຫຼອດຮອດການຜະລິດອາວຸດທາງການທະຫານ. ຂັ້ນຕອນການສະກັດແຮ່ທາດ Rare Earth ເຮັດໄດ້ຍາກ ແລະ ອາດສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແຕ່ຄວາມຕ້ອງການຂອງແຮ່ດັ່ງກ່າວເພີ່ມຂຶ້ນນັບມື້ ແລະ ຄາດວ່າຈະເພີ່ມຂຶ້ນເຖິງ 5 ເທົ່າໃນປີ 2030.

May be an image of 2 people and people standing

ຜູ້ບໍລິຫານຂອງ ບໍລິສັດ LKAB ກ່າວວ່າ: ແຮ່ທາດ Rare Earth ທີ່ຄົ້ນພົບໃນຄັ້ງນີ້ ກວ່າຈະໄດ້ນຳໃຊ້ຕ້ອງໃຊ້ເວລາເຖິງ 10 – 15 ປີ ເນື່ອງຈາກຂັ້ນຕອນການຂໍອະນຸຍາດຕ່າງໆ ຕ້ອງໃຊ້ເວລາດົນ ເພາະຕ້ອງມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມເສຍກ່ອນ.