ປະທານສະພາການຄ້າ ຢ້ຽມຢາມງານວາງສະແດງເຟີນີເຈີລາວ ຄັ້ງທີ VIII ຈັດຂຶ້ນ 7-15 ມັງກອນນີ້ ທີ່ສູນການຄ້າລາວ-ໄອເຕັກ

37

ງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ VIII ຈັດຂຶ້ນແບບຮຽບງ່າຍທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ເຊິ່ງໃນໂອກາດດັ່ງກ່າວ ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມຄະນະ ກໍໄດ້ໄປຢ້ຽມຊົມໃຫ້ກໍາລັງໃຈຜູ້ປະກອບການທີ່ນໍາສິນຄ້າໄປຈໍາໜ່າຍ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາ ຫະກໍາແຫ່ງຊາດລາວ ພ້ອມດ້ວຍຄະນະໄດ້ໄປພົບປະສົມມາຄົມເຟີນີເຈີໄມ້ລາວ ແລະ ຜູ້ປະກອບການເຟີນີເຈີ ທີ່ສູນການຄ້າ ລາວໄອເຕັກ ໃນວັນທີ 9 ມັງກອນ 2023 ຜ່ານມາ ເຊິ່ງທ່ານໄດ້ເລາະຊົມບັນດາຫ້າງຮ້ານຕ່າງໆ ແລະ ພົບປະສົນທະນາກັບຜູ້ປະກອບການຢ່າງເປັນກັນເອງ, ງານວາງສະແດງຜະລິດຕະພັນເຟີິນີເຈີໄມ້ລາວ ຄັ້ງທີ VIII ຈັດຂຶ້ນລະຫວ່າງ ວັນທີ 07-15 ມັງກອນ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ພາຍໃຕ້ຈຸດປະສົງ ແລະ ຄວາມຄາດຫວັງ ເພື່ອປະຕິບັດຕາມທິດນະໂຍບາຍ ໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີໄມ້ລາວ ທັງເປັນການໂຄສະນາ ເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ, ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ແລະ ກ້າວເຂົ້າສູ່ການສ້າງຕາໜ່າງການວາງສະແດງ-ຂາຍສິນຄ້າເຟີນີເຈີກັບພາກພື້ນ ແລະ ສາກົນໃນອະນາຄົດ.

ພ້ອມດຽວກັນນັ້ນ ກໍເພື່ອເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນ ຕາມທີ່ສັງຄົມປັດຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີໄມ້ລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງ ກົງກັບຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກໃນອະນາຄົດ. ຕິດພັນກັບການສົ່ງເສີມການປູກໄມ້ ແລະ ຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດ, ການພັດທະນາສີຂຽວ; ບໍາລຸງສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມເຟີນີເຈີລາວ-ໃຫ້ກັບສີໄມ້ລາຍມືຂອງຄົນລາວ ແລະ ຫົວໜ່ວຍທຸລະກິດເຟີນີເຈີໄມ້ລາວແບບຕໍ່ເນື່ອງ ແລະ ຍືນຍົງ.

ງານວາງສະແດງຄັ້ງນີ້ ມີ 100 ກວ່າຫ້ອງວາງສະແດງ ທີ່ປະກອບດ້ວຍຜະລິດຕະພັນອັນຫຼາກຫຼາຍມີທັງເຄື່ອງເຟີນີເຈີທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆ; ສິ່ງປະດິດຫັດຖະກໍາ ແລະ ເຄື່ອງແກະສະຫຼັກຕ່າງໆ ມາຈາກໂຮງງານຫຼາຍແຫ່ງຢູ່ນະຄອນຫຼວງວຽງຈັນ ແລະ ມາຈາກຕ່າງແຂວງຈໍານວນໜຶ່ງ ໂດຍຈະດໍາເນີນການວາງສະແດງ ແລະ ຈໍາໜ່າຍໄປຈົນຮອດວັນທີ 15 ມັງກອນ 2023 ນີ້.