ກຽມຕ້ອນຮັບແຂກ ຫຼັງສື່ຕາເວັນຕົກຍົກລາວເປັນປາຍທາງທີ່ຄວນທ່ຽວທີ່ສຸດໃນອາຊຽນປີນີ້

173

The Telegraph ໜັງສືພິມຊື່ດັງຂອງອັງກິດ ໄດ້ເອົາ ສປປ ລາວ ເຂົ້າໄປເປັນ1 ໃນ 20 ລາຍຊື່ສະຖານທີ່ທ່ອງທ່ຽວທີ່ຕ້ອງໄປປີ 2023 ນີ້ຈາກທັງໝົດ 20ແຫ່ງ ພາຍຫຼັງທີ່ຫຼາຍປະເທດໄດ້ຍົກເລີກມາດຕະການປ້ອງກັນໂຄວິດ-19 ແລະກັບມາເປີດຮັບນັກທ່ອງທ່ຽວ.

No photo description available.

ບັນດາຜູ້ຊ່ຽວຊານດ້ານການທ່ອງທ່ຽວຂອງ The Telegraph ໄດ້ລວບລວມເອົາຈຸດໝາຍປາຍທາງການທ່ອງທ່ຽວຍອດນິຍົມ 20 ແຫ່ງຈາກທົ່ວໂລກທີ່ຕ້ອງຫາໂອກາດໄປໃຫ້ໄດ້ ໃນນັ້ນຢູ່ພູມີພາກອາຊີແມ່ນມີພຽງຍີ່ປຸ່ນ, ສີລັງກາ ແລະ ສປປ ລາວເຮົາທີ່ມີຊືຶ່ຢູ່ໃນກຸ່ມລາຍຊື່ເຫຼົ່ານັ້ນ.

May be an image of cloud and nature
ທັ້ງນີ້  The Telegraph ຍົກເອົາຈຸດດີຂໍ້ເດັ່ນຂອງສ ປປ ລາວເຮົາ ທີ່ຄວນໄປຍ້ອນທີວທັດທຳມະຊາດທີ່ສວຍງາມ ແລະການປັບປຸງລະບົບຂົນສົ່ງເພື່ອເດີນທາງໄປສູ່ຈຸດໝາຍການທ່ອງທ່ຽວໄດ້ສະດວກຂຶ້ນ ນັ້ນແນ່ນອນມີຜົນມາຈາກທາງລົດໄຟລາວ-ຈີນ ທີ່ສາມາດຕັດຜ່ານສາຍພູທີ່ສະຫຼັບສັບຊ້ອນໄປຍັງນະຄອນຫຼວງວຽງຈັນໄດ້ໃນເວລາອັນສັ້ນ.

No photo description available.

ສຳລັບສະຖານທີ່ ຄົງຕ້ອງເປັນວັງວຽງ ແລະຫຼວງພະບາງເມືອງຍອດນິຍົມແຫ່ງການທ່ອງທ່ຽວ ຈາກເມື່ອກ່ອນທີ່ຕ້ອງໃຊ້ເວລາ ຫຼາຍຊົ່ວໂມງດ້ວຍລົດເມປະຈຳທາງ ຈາກຫຼວງພະບາງ-ວຽງຈັນ ແຕ່ຕອນນີ້ສາມາດເລືອກໄດ້ເວລາທີ່ສັ້ນທີ່ສຸດພຽງ 55 ນາທີເທົ່ານັ້ນ.

May be an image of 6 people, people standing, bicycle, street, road and text that says 'SPORT MEDIA 22'

ໄກອອກໄປຈາກຫຼວງພະບາງໄປທາງເໜືອຍັງມີໝູ່ບ້ານຊຸມກຸ່ມນ້ອຍ ໃນພື້ນທີ່ສູງທີວທັດທຳມະຊາດສວຍງາມໜ້າຕື່ນຕາຕື່ນໃຈ ຕະຫຼອດຮອດນ້ຳຕົກຕາດ, ສະຖານທີ່ພັກຜ່ອນແຄມແມ່ນ້ຳ ລ້ວນໜ້າທ່ຽວທັງໝົດ.

No photo description available.

ນອກນີ້ຜູ້ຊ່ຽວຊານດ້ານການທ່ອງທ່ຽວຍັງເຊື່ອວ່າ ປີນີ້ອຸດສາຫະກຳດ້ານການທ່ອງທ່ຽວຂອງລາວຈະກັບມາຄືກຄື້ນ ແລະດີກວ່າເກົ່າ ຫຼັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງໂຄວິດ-19 ທີ່ສຳຄັນຄືຈີນໄດ້ເປີດປະເທດແລ້ວ ພີ່ນ້ອງຊາວຈີນຈະເປັນກຸ່ມໃຫຍ່ທີ່ເຂົ້າມາທ່ຽວລາວຜ່ານເສັ້ນທາງລົດໄຟລາວ-ຈີນ.

May be an image of 5 people, palm trees, street and road