ນິຍົມລາວຈະເລີນຊັບຈົກ 46 ຕື້ສ້າງສູນການຄ້າຢູ່ຫຼັກ20

237

ອີກ 2 ປີຂ້າງໜ້າ ຢູ່ຫຼັກ20 ເມືອງຄຳເກີດ ແຂວງບໍລິຄຳໄຊຈະມີສູນການຄ້າທັນສະໄໝເກີດຂຶ້ນ ພາຍຫຼັງມີພິທີເຊັນສັນຍາສໍາປະທານ ໂຄງການກໍ່ສ້າງສູນການຄ້າ “ນິຍົມລາວ” ໃນວັນທີ 12 ມັງກອນ ຜ່ານມາ ໂດຍສູນການຄ້າແຫ່ງນີ້ມີກຳນົດການກໍ່ສ້າງ 2 ປີກວ່າໃຫ້ສຳເລັດ.

May be an image of 3 people, outdoors and text

ພິທີເຊັນສັນຍາໄດ້ຈັດຂຶ້ນຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ຕາງໜ້າອໍານາດການປົກຄອງແຂວງບໍລິຄໍາໄຊ ເຊັນໂດຍ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ບົວພອນ ຄຳທະວີ ປະທານບໍລິສັດນິຍົມລາວ ຈະເລີນຊັບ ຈໍາກັດຜູ້ດຽວ, ຊ້ອງໜ້າໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

May be an image of 6 people and people standing
ບໍລິສັດນິຍົມລາວຈະເລີນຊັບ ຈໍາກັດຜູ້ດຽວ ມີຄວາມຕ້ອງການລົງທຶນສໍາປະທານ ແລະ ກໍ່ສ້າງສູນການຄ້າ ຢູ່ເຂດບ້ານຫຼັກຊາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນເນື້ອທີ່ 5.899 ຕາແມັດ ດ້ວຍມູນຄ່າການລົງທຶນ 46 ຕື້ກວ່າກີບ, ເຊີ່ງຈະໄດ້ເລີ່ມກໍ່ສ້າງພາຍໃນເດືອນມັງກອນ 2023 ແລະ ໄດ້ກຳນົດໄລຍະເວລາການກໍ່ສ້າງ 30 ເດືອນ.

May be an image of 1 person and text
ໂຄງການກໍ່ສ້າງ ສູນການຄ້ານິຍົມລາວ ຈະເລີນຊັບ ເປັນອາຄານຊັ້ນດຽວມີຂະໜາດ 60×80 ​ແມັດ ເມື່ອສ້າງສໍາເລັດ ຈະເປັນສູນລວມສິນຄ້າຂອງແຂວງ ເພຶ່ອສົ່ງໄປຕ່າງປະທດ, ທັງນີ້ ກໍ່ເພື່ອເປັນການພັດທະນາ ເສດຖະກິດຂອງ ສປປ ລາວ ກໍ່ຄືແຂວງບໍລິຄໍາໄຊ ແນໃສ່ຊຸກຍູ້ ແລະ ສົ່ງເສີມ ສິນຄ້າຂອງພໍ່ແມ່ປະຊາຊົນ, ສົ່ງເສີມການລົງທຶນ ການກໍ່ສ້າງພຶ້ນຖານໂຄງລ່າງ, ການແລກປຽ່ນສິນຄ້າ ໃຫ້ມີຄວາມສະດວກ, ປອດໄພ, ວ່ອງໄວ ແລະ ທັນສະໄໝ.