ປີ 2022 ມີສາວງາມທີ່ເຕັມໄປດ້ວຍຄວາມງາມ ແລະຄວາມສາມາດເຖິງ 84 ນ້ອງເຂົ້າຮ່ວມຊີງມົງກຸດທີ່ມີພຽງໜຶ່ງດຽວ ເຊິ່ງພວກເຂົາເຫຼົ່ານັ້ນແມ່ນໄດ້ຖືກເລືອກມາຈາກຫຼາຍຮ້ອຍຄົນທີ່ເຂົ້າຊີງມົງລະດັບປະເທດກ່ອນຈະເລືອກໄດ້ປະເທດລະ1 ຄົນ ເພື່ອມາປະກວດລະດັບໂລກ.
ທັງໝົດທຸກຄົນທີ່ມາປະຊັນຄວາມງາມ ລວມເຖິງໄຫວພິບປະຕິພານເທິງເວທີຈັກກະວານແມ່ນມີເປົ້າໝາຍໜຶ່ງດຽວຄື ຄວ້າມົງໃຫ້ໄດ້ ແລະນຳເອົານາມສະກຸນຈາກເວທີນີ້ໄປຕໍ່ຍອດສິ່ງທີ່ຫວັງ ແລະປີນີ້ ມົງກຸດໜ່ວຍນັ້ນຖືກຕັ້ງຊື່ວ່າ force for good ເປົ້າໝາຍສາວງາມທີ່ຈະສວມມົງຄືຜູ້ມີແນວຄວາມຄິດດີພ້ອມຈະຂັບເຄື່ອນສັງຄົມສູ່ການພັດທະນາທີ່ດີ.
ໂດຍໃນເຊົ້າວັນທີ 13 ມັງກອນ 2023 ນີ້ກອງແມ່ແມ່ນໄດ້ເຜີຍໂສມຂອງມົງທີ່ລໍຖ້ານນາງງາມຜູ້ຈະມາເປັນເຈົ້າຂອງໃນວັນທີ 14 ທີ່ຈະມາເຖິງນີ້ ລະບຸວ່າ: ມົງກຸດປີນີ້ມີຊື່ວ່າ force for good ຕ້ອງການທີ່ຈະສື່ສານເລື່ອງລາວຂອງຜູ້ຍິງທີ່ໃຊ້ສຽງຂອງຕົວເອງສະໜັບສະໜູນໃນເລື່ອງຕົວເອງພັກດັນ ໂດຍໃຫ້ພວກເຂົາສາມາດສ້າງການປ່ຽນແປງຕໍ່ໂລກໃບນີ້ ເປັນການສ້າງແຮງບັນດານໃຈໃຫ້ກັບທຸກຄົນລົງມືເຮັດໃນການເປັນແຮງຂັບເຄື່ອນແຫ່ງຄວາມດີ.
ເບິ່ງຈາກຄວາມໝາຍຂອງມົງແລ້ວ ສາວງາມຕົວແທນສາຍສະພາຍຈາກຫຼາຍປະເທດ ແມ່ນມີໂອກາດຂຶ້ນຢູ່ກັບວ່າໃຜຈະເຂົ້າຕາກຳມະການໄປຮອດວິນາທີສຸດທ້າຍນັ້ນ
ພວກເຮົາມາລຸ້ນເຊຍນຳກັນວັນທີ 14 ມັງກອນພ້ອມກັນນໍ