ສິນຄ້າຜ່ານແດນລາວລະຫວ່າງ ສປ ຈີນ ແລະ ໄທ ປີ 2022 ເພີ່ມຂຶ້ນກວ່າ 40%

152

ສິນຄ້າຜ່ານແດນຂອງ ສປປ ລາວ ລະຫວ່າງ ສປ ຈີນ ແລະ ໄທ ແມ່ນຜ່ານ 3 ເສັ້ນທາງຫຼັກ ຄື: ເສັ້ນທາງຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) ຫາ ບໍ່ເຕັນ, ຂົວມິດຕະພາບ I (ນະຄອນຫຼວງວຽງຈັນ) ຫາ ບໍ່ເຕັນ ແລະ ທາງລົດໄຟລາວ-ຈີນ, ປີ 2022 ການນໍາເຂົ້າ ແລະ ສົ່ງອອກ ໂດຍຜ່ານແດນລາວ ລະຫວ່າງ ຈີນ ແລະ ໄທ ມີ ມູນຄ່າປະມານ 2.397 ລ້ານໂດລາສະຫະລັດ ຫຼື ທຽບເທົ່າ ຈຳນວນ 1.284.000 ໂຕນ ເພີ່ມຂຶ້ນປະມານ 44,4% ເມື່ອທຽບໃສ່ປີ 2021 ທີ່ມີມູນຄ່າປະມານ 1.661 ລ້ານໂດລາສະຫະລັດ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານ ອ້າງອີງຕົວເລກສະຖິຕິຜ່ານແດນ ຈາກກົມພາສີ, ກະຊວງການເງິນ ໃຫ້ຮູ້ວ່າ: ປີ 2022 ຜ່ານມາ ສະຖິຕິການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານແດນລາວ ລະຫວ່າງ ຈີນ ແລະ ໄທ ມີ ມູນຄ່າປະມານ 2.397 ລ້ານໂດລາ ຫຼື ທຽບເທົ່າ 1.284.000 ໂຕນ ເພີ່ມຂຶ້ນປະມານ 44,4% ເມື່ອທຽບໃສ່ປີ 2021 ທີ່ມີມູນຄ່າປະມານ 1,661 ລ້ານໂດລາ. ໃນນີ້, ສິນຄ້າຜ່ານແດນ ຈາກ ໄທ ຜ່ານ ລາວ ໄປ ຈີນ ມີມູນຄ່າປະມານ 1.339 ລ້ານໂດລາ ເພີ່ມຂຶ້ນປະມານ 5% ເມື່ອທຽບໃສ່ປີ 2021, ສິນຄ້າສ່ວນໃຫຍ່ແມ່ນປະເພດໝາກໄມ້ ກວມເຖິງ 95,8% ຫຼື ຄິດເປັນມູນຄ່າປະມານ 1.283 ລ້ານໂດລາ. ນອກນັ້ນ, ຍັງມີສິນຄ້າປະເພດ ເຄື່ອງເອເລັກໂຕຣນິກ, ພືດຜັກ ແລະ ດອກເຜິ້ງ ເຊິ່ງສິນຄ້າປະມານ 95,3% ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ), 2,6% ຜ່ານທາງລົດໄຟ ລາວ-ຈີນ ແລະ ອີກ 2,1% ຜ່ານຂົວມິດຕະພາບ I ໄປ ສປ ຈີນ.

ຮູບໂດຍ: : LCR

ສຳລັບສິນຄ້າຈາກ ຈີນ ຜ່ານ ລາວ ໄປ ໄທ ແມ່ນມີມູນຄ່າ 1.058 ລ້ານໂດລາ ເພີ່ມຂຶ້ນ 175%, ສິນຄ້າຜ່ານແດນສ່ວນໃຫຍ່ແມ່ນປະເພດ ພືດຜັກ, ເຄື່ອງຕັດຫຍິບ, ໝາກໄມ້, ປຸ໋ຍ, ເຄື່ອງໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ. ສິນຄ້າປະມານ 64,6% ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) ແລະ ອີກ 35,4% ແມ່ນຜ່ານທາງລົດໄຟລາວ-ຈີນ.

ຂ່າວ: ສັນຕິ