ສະຫະລັດ ສະໜັບສະໜູນ ສປປ ລາວ ຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ

70

ການຄ້າມະນຸດເປັນບັນຫາໜຶ່ງທີ່ທົ່ວໂລກໃຫ້ຄວາມສຳຄັນ ເນື່ອງຈາກເຮັດໃຫ້ຫຼາຍຊີວິດໃນໂລກນີ້ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນຜູ້ດ້ອຍໂອກາດທີ່ພະຍາຍາມຫາທຸກຊ່ອງທາງເພື່ອໃຫ້ມີຊີວິດທີ່ດີກວ່າ ແຕ່ຍັງມີຄວາມຮູ້ພື້ນຖານໜ້ອຍໃນການພິຈາລະນາຊ່ອງທາງສູ່ຈຸດໝາຍທີ່ຕັ້ງໄວ້ ເຮັດໃຫ້ຖືກຫຼອກໄປຂາຍ ຖືກໃຊ້ແຮງງານເກີນກຳລັງແຕ່ບໍໄດ້ຮັບຄ່າຕອບແທນ, ຕົ້ນທາງບອກໄປເຮັດວຽກແຕ່ປາຍທາງໃຫ້ຂາຍບໍລິການ ແລະອື່ນໆ.

May be an image of 12 people, people standing and text that says 'MIoo sigiinng ceremony Laos Counter Trafficking in Persons Project (Oudomxay and Luangnamtha Provinces) Organized by: Ministry of Labor and Social Welfare with Winrock International Supported by: the United States Agency for International Development (USAID) USAID FROM THE AMERICAN PEOPLE USAID 11 มังภะ โรงแรม Plaz क, มะถอมหวงว'
ດັ່ງນັ້ນ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ບັນຫາການຖືກຄ້າມະນຸດ ສະຫະລັດອາເມລິກາໄດ້ສະໜອງທຶນຊ່ວຍເຫຼືອລ້າແກ່ ສປປ ລາວເຮົາໃນການເຄື່ອນໄຫວວຽກງານດັ່ງກ່າວ ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ຈັດຂຶ້ນໃນວັນທີ 11 ມັງກອນ ປີ 2023 ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານນາງ ຊູກຽດ ປັນຍານຸວົງ ຫົວໜ້າໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ອົງການ WinRock International ມີທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງ ຮສສ ທ່ານນາງ ແຊເນີນ ແຟໂຣ ຮອງເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ຈຳ ສ​ປ​ປ ລາວ ມີຜູ້ຕາງໜ້າຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 2 people and people standing
ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ມີໄລຍະເວລາ 2 ປີ (2023-2024) ຈຸດ ປະສົງ ລວມແມ່ນເພື່ອຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໂດຍການສ້າງຄວາມເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງຂອງພາກລັດ ອົງການຈັດຕັ້ງທາງສັງຄົມໃນວຽກງານຕ້ານການຄ້າມະນຸດ ແລະ ສະໜັບສະໜູນຜູ້ທີ່ມີຄວາມສ່ຽງ ຜູ້ດ້ອຍໂອກາດ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍໃຫ້ການເຝິກອົບຮົມວິຊາຊີບ ສົ່ງເສີມການມີວຽກເຮັດງານທຳ ແລະ ໂອກາດທາງດ້ານເສດຖະກິດ.

May be an image of 16 people and people standing

ພື້ນທີ່ໃນການຈັດຕັ້ງປະຕິບັດໂຄງການປະກອບມີ: ແຂວງຫຼວງນ້ຳທາ ແລະ ແຂວງ ອຸດົມໄຊ ສໍາລັບໂຄງການດັ່ງກ່າວ ມີມູນຄ່າທັງໝົດ 800.000 ໂດລາສະຫະລັດ (ປະມານ 13,65 ຕື້ກີບ) ເຊິ່ງໄດ້ຮັບການສະໜັບສະໜູນ ໂດຍອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມຣິກາ.

May be an image of 17 people and people standing
ໂຄງການດັ່ງກ່າວປະກອບມີ 3 ກິຈະກໍາຫຼັກຄື: ສ້າງຄວາມເຂັ້ມແຂງໃນການ​ປະ​ສານ​ງານ ລະ​ຫວ່າງ ຄູ່ຮ່ວມງານພາກ​ລັດຂັ້ນສູນກາງ ທ້ອງຖິ່ນ ອົງການຈັດຕັ້ງທາງສັງຄົມ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຮັດ​ວຽກ​ກ່ຽວ​ຂ້ອງ ຮ່ວມມືກັບພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມໃຫ້ຜູ້ທີ່ມີຄວາມສ່ຽງ ຜູ້ດ້ອຍໂອກາດ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນເຂດເປົ້າໝາຍຂອງໂຄງ ການໃຫ້ໄດ້ຮັບການເຝິກອົບ ຮົມວິຊາຊີບ ມີວຽກເຮັດງານທຳ ແລະ ໂອກາດທາງດ້ານເສດຖະກິດໃນແຂວງເປົ້າໝາຍ ແລະ ສົ່ງເສີມການລະບຸຕົວ ການບໍລິການ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງທີ່ຈຳເປັນໃນແຂວງເປົ້າໝາຍ.