ຂ່າວດີຍິ່ງກວ່າສິ່ງໃດຄື ສາວລາວໄດ້ ຂວັນໃຈມະຫາຊົນເປັນຄັ້ງທຳອິດໃນປະຫວັດສາດ

278

ມື້ນີ້ 12 ມັງກອນ 2023 ເປັນມື້ທີ່ມີຄວາມໝາຍສຳຄັນທີ່ສຸດອີກມື້ໜຶ່ງຂອງກອງປະກວດນາງງາມຈັກກະວາ ຫຼື Miss Universe 2022 ເຊິ່ງຫຼາຍຄົນຄົງໄດ້ເບິ່ງແລ້ວຕອນເຊົ້າມື້ນີ້ມີທັງຮອບຄັດເລືອກ ແລະຮອບຊຸດປະຈຳຊາດ.

May be a closeup of 1 person

ອັນທີ່ສຳຄັນຫຼາຍກວ່ານັ້ນແມ່ນຕົວແທນສາຍສະພາຍລາວ ນ້ອງປ່າເຢັ້ງຊາ ລໍ່ໄດ້ທຸ່ມເທສຸດຫົວໃຈ ເພື່ອເຊີດຊູຊື່ສຽງປະເທດລາວໃນເວທີຈັກກະວານ ສາມາດເຊີດສາຍໄດ້ຢ່າງໜ້າຊື່ນຊົມ.

No photo description available.

ພີ່ນ້ອງຊາວລາວ ເໜືອກວ່າການໄດ້ສົ່ງສາວມົ້ງຄົນທຳອິດສູ່ເວທີຈັກກະວານຄື ນ້ອງໄດ້ເປັນສາວງາມຈາກ ສປປ ລາວໃນເວທີມິສຢູນີເວີດຄົນທຳອິດທີ່ໄດ້ຄະແນນໂຫວດສູງທີ່ສູງມາໂດຍຕະຫຼອດ ແລະເປັນຄົນປະຫວັດສາດນັບແຕ່ລາວໄດ້ສົ່ງນາງງາມເຂົ້າປະກວດໃນເວທີດັ່ງກ່າວເປັນຕົ້ນມາ.

May be an image of 1 person, standing and sitting

ຕາມລາຍງານຫຼ້າສຸດ ຜູ້ເຂົ້າປະກວດສາວງາມມິສຢູນີເວີດຄັ້ງທີ 71 ນີ້ ນ້ອງປ່າເຢັ້ງຊາ ລໍ່ ຍັງໄດ້ຄະແນນນຳມາຮອດມື້ນີ້ ແລະ ຮອດມື້ນີ້ເວລາ 18:00 ໂມງ ຕາມເວລາໃນທ້ອງຖິ່ນທີ່ນິວອໍລິນ ຈະໄດ້ທຳການປິດໂຫວດຢ່າງເປັນທາງການ.

No photo description available.

ນ້ອງຈະບໍສາມາດມາຮອດຈຸດນີ້ໄດ້ຖ້າປາສະຈາກການສະໜັບສະໜູນຈາກພີ່ນ້ອງຊາວລາວ ແລະຊາວມົ້ງຈາກທົ່ວໂລກທີ່ສົ່ງແຮງໃຈສົ່ງດາວໃຫ້ຢ່າງຕໍ່ເນື່ອງມາ ແລະພວກເຮົາລໍຟັງຂ່າວຕໍ່ລາວຈະມີຫຍັງເປັນພິເສດຫຼັງຈາກນີ້.

May be a closeup of 1 person