ມົງໂກລີ ເປີດປີທ່ອງທ່ຽວ 2023 – 2024ຄາດມີນັກທ່ອງທ່ຽວຕ່າງປະເທດ 1 ລ້ານເທື່ອຄົນ

0
169

ສຳນັກຂ່າວ ຊິນຫົວ ລາຍງານວ່າ ກະຊວງສິ່ງແວດລ້ອມ ແລະ ການທ່ອງທ່ຽວ ມົງໂກລີ ເປີດເຜີຍວ່າ: ໃນປີ 2022 ມົງໂກລີ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ຈຳນວນ  290.400 ເທື່ອຄົນ, ສ້າງລາຍໄດ້ຈາກຂະແໜງການທ່ອງທ່ຽວ ປະມານ 350 ລ້ານໂດລາສະຫະລັດ.

May be an image of 11 people, monument and sky

ໃນປີ 2021 ຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວມົງໂກລີ ພຽງ 33.000 ເທື່ອຄົນ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19. ປັດຈຸບັນ ມົງໂກລີ ກຳລັງເລັ່ງຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກັບມາສູ່ປົກກະຕິ.

May be an image of 10 people, monument and outdoors

ທັງນີ້, ລັດຖະບານມົງໂກລີ ໄດ້ປະກາດຍົກເວັ້ນພົນລະເມືອງ 34 ປະເທດ ຈາກຂໍ້ກຳນົດ ວີຊາ ໃຊ້ໄດ້ເຖິງ 30 ວັນ ຈົນໄປເຖິງປີ 2025, ພ້ອມກັນນັ້ນ ຍັງປະກາດວ່າ ປີ 2023 ແລະ 2024 ເປັນປີແຫ່ງການທ່ອງທ່ຽວ ມົງໂກລີ ຄາດວ່າຈະຈັດງານ ແລະ ກິດຈະກໍາຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຫຼາຍກວ່າ 90 ຄັ້ງໃນປີນີ້ ໂດຍໄດ້ຕັ້ງເປົ້າວ່າຈະມີນັກທ່ອງທ່ຽວຕ່າງປະເທດຢ່າງໜ້ອຍ 1 ລ້ານເທື່ອຄົນ ເຂົ້າມາທ່ຽວມົງໂກລີ ແລະ ຄາດວ່າຈະສ້າງລາຍຮັບຈາກການທ່ອງທ່ຽວ ປະມານ 1 ຕື້ໂດລາສະຫະລັດ ໃນປີ 2024.

LEAVE A REPLY

Please enter your comment!
Please enter your name here