ສຳນັກງານສະຖິຕິແຫ່ງຊາດ ສາທາລະນະລັດເກົາຫຼີ ລາຍງານວ່າ: ອັດຕາການວ່າງງານຂອງສາທາລະນະລັດເກົາຫຼີ ເພີ່ມຂຶ້ນເປັນ 3,3% ໃນເດືອນທັນວາ 2022 ຈາກ 2,9% ໃນເດືອນພະຈິກ 2022 ແລະ ເປັນການເພີ່ມຂຶ້ນສູ່ຈຸດສູງສຸດໃນຮອບ 11 ເດືອນ ຫຼື ນັບແຕ່ເດືອນມັງກອນ 2022 ເປັນຕົ້ນມາ. ແຕ່ຖ້າສະເລ່ຍໃສ່ໝົດປີ 2022 ຖືວ່າຍັງເປັນສະຖິຕິການວ່າງງານຕ່ຳສຸດ ເທົ່າທີ່ເຄີຍບັນທຶກມາ.
ທັງນີ້, ຕະຫຼອດປີ 2022 ອັດຕາການວ່າງງານໃນ ສ.ເກົາຫຼີເພີ່ມຂຶ້ນ ໂດຍເດືອນທັນວາເພີ່ມຂຶ້ນ 509.000 ຄົນ ນັບເປັນການເພີ່ມຂຶ້ນ 22 ເດືອນຕິດຕໍ່ກັນ. ແຕ່ຕົວເລກດັ່ງກ່າວຍັງຖືວ່າໜ້ອຍທີ່ສຸດ ນັບແຕ່ເດືອນມີນາ 2021.
ສ່ວນອັດຕາການວ່າງງານຂອງ ສ.ເກົາຫຼີ ຕະຫຼອດປີ 2022 ຢູ່ທີ່ 2,9% ຫຼຸດລົງຈາກ 3,7% ໃນປີ 2021 ແລະ ເປັນສະຖິຕິຕ່ຳສຸດນັບແຕ່ມີການບັນທຶກຂໍ້ມູນຢ່າງເປັນທາງການ ແຕ່ປີ 2000 ເປັນຕົ້ນມາ.