ທະນາຄານໂລກ ເຕືອນກຽມຮັບມືກັບເສດຖະກິດທົດຖອຍໜັກກວ່າທີ່ຄາດ

52

ສໍານັກຂ່າວຕ່າງປະເທດລາຍງານວ່າ ທະນາຄານໂລກ ໄດ້ອອກບົດລາຍງານ Global Economic Prospects ໂດຍລະບຸວ່າ: ການເຕີບໂຕຂອງເສດຖະກິດໂລກຈະຫຼຸດລົງເຫຼືອ 1,7% ໃນປີ 2023, ຈາກການຄາດການຄັ້ງຜ່ານມາ ທີ່ຄາດວ່າຈະຂະຫຍາຍຕົວ 3,2%, ພ້ອມເຕືອນວ່າ ກຽມຮັບມືກັບເສດຖະກິດອາດທົດຖອຍຫຼາຍກວ່າທີ່ຄາດການໄວ້.

May be an image of ‎text that says '‎ه THE WORLD BANK‎'‎

ທະນາຄານໂລກລະບຸວ່າ: ການເຕີບໂຕຂອງເສດຖະກິດທົ່ວໂລກກໍາລັງຊະລໍຕົວລົງຫຼາຍກວ່າທີ່ຄາດການໄວ້ ເນື່ອງຈາກປະເຊີນກັບອັດຕາເງິນເຟີ້ສູງກວ່າທີ່ຄາດການໄວ້ ລວມທັງອັດຕາດອກເບ້ຍເພີ່ມຂຶ້ນສູງຢ່າງກ້າວກະໂດດ ເຮັດໃຫ້ການລົງທຶນຫຼຸດລົງ, ນອກຈາກນີ້ ຄວາມເຄັ່ງຕຶງທາງດ້ານການເມືອງລະຫວ່າງປະເທດທະວີ ຄວາມຮຸນແຮງຂຶ້ນ ເຊິ່ງປັດໄຈເຫຼົ່ານີ້ອາດຈະເຮັດໃຫ້ເສດຖະກິດໂລກເຂົ້າສູ່ພາວະທົດຖອຍ ເຊິ່ງເປັນຄັ້ງທໍາອິດໃນຮອບ 80 ປີ ທີ່ເສດຖະກິດໂລກທົດຖອຍເຖິງ 2 ຄັ້ງ ໃນທົດສະວັດດຽວກັນ.

ສຳລັບເສດຖະກິດສະຫະລັດອາເມຣິກາ ຈະເຕີບໂຕພຽງ 0,5% ຕໍ່າກວ່າທີ່ຄາດການໄວ້. ສ່ວນໃນທະວີບເອີຣົບ ຍັງປະເຊີນກັບບັນຫາພະລັງງານບໍ່ພຽງພໍ ແລະ ລາຄາສູງຂຶ້ນ. ສ່ວນເສດຖະກິດຂອງ ສປ ຈີນ ຈະເຕີບໂຕ 4,3% ຫຼຸດລົງຈາກຄາດການໄວ້ ເນື່ອງຈາກບັນຫາການແຜ່ລະບາດໂຄວິດ – 19 ແລະ ພາກອະສັງຫາລິມະຊັບຂະຫຍາຍຕົວຊ້າລົງ.

No photo description available.

ທະນາຄານໂລກ ຍັງເຕືອນວ່າ: ເຖິງແມ່ນວ່າແຮງກົດດັນດ້ານອັດຕາເງິນເຟີ້ໄດ້ຫຼຸດລົງແລ້ວ ນັບແຕ່ໄລຍະທ້າຍປີ 2022 ເປັນຕົ້ນມາ ເນື່ອງຈາກລາຄາພະລັງງານ ແລະ ລາຄາສິນຄ້າບາງປະເພດຫຼຸດລົງ, ແຕ່ຄວາມສ່ຽງຂອງການຢຸດສະງັກຂອງຕ່ອງໂສ້ອຸປະທານຍັງຢູ່ໃນລະດັບສູງ ແລະ ອັດຕາເງິນເຟີ້ພື້ນຖານ ( ບໍ່ລວມລາຄາສະບຽງອາຫານ ແລະ ພະລັງງານ ) ອາດຈະສູງຂຶ້ນ ເຊິ່ງສ້າງແຮງກົດດັນໃຫ້ທະນາຄານກາງຂອງຫຼາຍປະເທດ ຈໍາເປັນຕ້ອງປັບຂຶ້ນອັດຕາດອກເບ້ຍນະໂຍບາຍສູງກວ່າທີ່ຄາດການໄວ້ ເຊິ່ງຈະສົ່ງຜົນໃຫ້ເສດຖະກິດໂລກຍິ່ງຊະລໍຕົວລົງກວ່າທີ່ຄາດການໄວ້.