ເປີດນໍາໃຊ້ລະບົບ ຊອບແວປະຕິບັດການ ຄວາມປອດໄພໄຊເບີ ແລະ ການຮຽນອອນລາຍ

114

ພິທີເປີດນໍາໃຊ້ລະບົບຊອບແວປະຕິບັດການ ຄວາມປອດໄພໄຊເບີ (SOC) ແລະ ລະບົບການຮຽນອອນລາຍແບບເປີດກວ້າງ (MOOCs) ຈັດຂຶ້ນວັນທີ 11 ມັງກອນ 2023 ທີ່ສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກຕສ ແລະ ທ່ານ ຫງ໋ວຽນ ແມັງ ຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ ຫົວໜ້າຫ້ອງການ ກົມ/ທຽບເທົ່າ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

May be an image of 17 people and people standing
ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າຫ້ອງການ ກຕສ ໄດ້ໃຫ້ຮູ້ວ່າ: ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດໄອຊີທີ ແລະ ການຫັນເປັນດີຈິຕອນ ທີ່ໄດ້ເຊັນກັນລະຫວ່າງ ກຕສ ກັບ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ຄັ້ງວັນທີ 1 ກັນຍາ 2021 ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຜົນການພົບປະສອງຝ່າຍ ລະຫວ່າງສອງກະຊວງ ໃນເດືອນຕຸລາ 2022 ໄດ້ຕົກລົງເຫັນດີເປັນເອກະພາບ ຈັດຕັ້ງປະຕິບັດສອງໂຄງການດັ່ງກ່າວ ດ້ວຍການຊ່ວຍເຫຼືອລ້າ ແລະ ສະໜັບສະໜູນທາງດ້ານລະບົບຊອບແວ ແລະ ວິຊາການໃຫ້ແກ່ ກຕສ ທີ່ຮັບຜິດຊອບທາງດ້ານອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຂອງທັງສອງໂຄງການ ທັງສອງຝ່າຍມຸ່ງໝັ້ນໃຫ້ສໍາເລັດ ແລະ ມອບຮັບທັງສອງໂຄງການ ໃນໂອກາດ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການລະຫວ່າງວັນທີ 11-12 ມັງກອນ 2023.

May be an image of 2 people, people standing and text that says 'GENERAL SKILL 1.'

ແລະ ໃນຕອນເຊົ້າວັນທີ 11 ມັງກອນ ກໍໄດ້ມີພິທີມອບ-ຮັບໂດຍຊ້ອງໜ້າການນຳຂັ້ນສູງຂອງລັດຖະບານລາວ ແລະ ຫວຽດນາມ ມາຮອດປັດຈຸບັນຄະນະຮັບຜິດຊອບໄດ້ສໍາເລັດໄລຍະທຳອິດຂອງໂຄງການລະບົບຊອບແວ ປະຕິບັດການຄວາມປອດໄຟໄຊເບີ ເຮັດໃຫ້ສາມາດຕິດຕາມ ກວດກາ ການບຸກໂຈມຕີທາງລະບົບເຄືອຂ່າຍຄອມພິວເຕີ ສ່ວນລະບົບການຮຽນອອນລາຍແບບເປີດກວ້າງ ໄດ້ສຳເລັດການຕິດຕັ້ງຊອບແວ ສູນຂໍ້ມຸນຂອງ ກຕສ ໄດ້ສຳເລັດແປຫຼັກສູດຈາກພາສາຫວຽດນາມ ມາເປັນພາສາລາວ ພ້ອມທັງບັນຈຸເຂົ້າໃນລະບົບຮຽບຮ້ອຍແລ້ວ.

May be an image of 2 people, people standing and indoor
ລະບົບ CSOC ປະກອບມີ ລະບົບສູນກາງຕິດຕາມຄວາມປອດໄພຂໍ້ມູນຂ່າວສານ ລະບົບຕິດຕາມ ແລະ ປ້ອງກັນເວັບໄຊ ລະບົບຕິດຕາມ ກວດຈັບຄອມພິວເຕີຜູ້ນໍາໃຊ້ ລະບົບປ້ອງກັນຄວາມປອດໄພເຄືອຂ່າຍຄອມພິວເຕີ ແລະ ລະບົບຄວບຄຸມການເຂົ້າເຖິງເຄືອຂ່າຍ ສໍາລັບລະບົບການຮຽນອອນລາຍແບບເປີດກ້ວາງ (MOOCs) ແມ່ນລະບົບການສັງລວມ ແລະ ແປຫຼັກສູດຈາກພາສາຫວຽດນາມມາເປັນພາສາລາວ ແລະ ປ້ອນຂຶ້ນລະບົບ 18 ວິຊາ ປະກອບມີ 3 ໝວດວິຊາຄື: ການຫັນເປັນດິຈິຕອນ ຄວາມຮູ້ດ້ານວິຊາສະເພາະ ແລະ ທັກສະທົ່ວໄປ ຫຼັກສູດການຫັນເປັນດິຈິຕອນ ເໝາະສຳລັບຜູ້ຮຽນທີ່ເປັນພະນັກງານຈາກຂະແໜງການ ແລະ ບັນດາວິສາຫະກິດ ຫຼັກສູດວິຊາສະເພາະ ເໝາະສົມສໍາລັບຜູ້ຮຽນທີ່ຂຶ້ນກັບບັນດາອົງການຈັດຕັ້ງ ເຊິ່ງມີເນື້ອໃນລົງເລິກ ແລະ ຕາມຂົງເຂດທີ່ແຕກຕ່າງກັນ ເປັນຕົ້ນ ເສດຖະກິດ ການສຶກສາ ກະສິກໍາ ສາທາລະນະສຸກ ຫຼັກສູດກ່ຽວກັບທັກສະທົ່ວໄປສໍາລັບປະຊາຊົນ ທີ່ທຸກຄົນສາມາດເຂົ້າເຖິງ ເພື່ອຍົກສູງທັກສະຂອງຕົນ ເປັນຕົ້ນ: ທັກສະທາງສັງຄົມ ທຸລະກິດ ການຄຸ້ມຄອງການເງິນ ແລະ ອື່ນໆ.

May be an image of 16 people and people standing
ລະບົບຊອບແວປະຕິບັດການຄວາມປອດໄພໄຊເບີ ໄດ້ຖືກຕິດຕັ້ງຢູ່ທີ່ສູນປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ລະບົບການຮຽນອອນລາຍແບບເປີດກວ້າງ ທັງສອງລະບົບຊອບແວແມ່ນໄດ້ຮັບການຊ່ວຍເຫຼືອຈາກກະຊວງຖະແຫຼງຂ່າວ ແລະ ການສື່ສານ ກໍຄືລັດຖະບານ ສສ ຫວຽດນາມ ທັງສອງລະບົບນີ້ ມີຄຸນປະໂຫຍດຢ່າງໃຫຍ່ຫຼວງມາສູ່ພັກ ແລະ ລັດຖະບານ ກໍຄືປະຊາຊົນລາວບັນດາເຜົ່າ ໃນການເຝົ້າລະວັງຄວາມປອດໄພໃນລະບົບເຄືອຂ່າຍອິນເຕີິເນັດຕະຫຼອດ 24 ຊົ່ວໂມງ ແລະ ການເປີດກວ້າງໃຫ້ນັກຮຽນ ນັກສຶກສາ ພະນັກງານ ແລະ ປະຊາຊົນ ສາມາດຄົ້ນຄວ້າຂໍ້ມູນການຮຽນໂດຍຜ່ານລະບົບອອນລາຍ ບໍ່ວ່າຈະເປັນຫຼັກສູດການຫັນເປັນດິຈິຕອນ ຫຼັກສູດຄວາມຮູ້ດ້ານວິຊາສະເພາະ ແລະ ຫຼັກສູດທັກສະທົ່ວໄປ.