ເສດຖະກິດ ນວ ຂະຫຍາຍຕົວ 4,83% ປີ 2022, ຂະແໜງອຸດສາຫະກຳ ເພີ່ມສູງ ກວມເອົາ 49,05%

233

ປີ 2022 ເສດຖະກິດ ຂອງນະຄອນຫຼວງວຽງຈັນ (ນວ) ຂະຫຍາຍຕົວໃນລະດັບ 4,83%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 62.243,93 ຕື້ກີບ, ໃນນັ້ນ: ຂະແໜງກະສິກຳ ຂະຫຍາຍຕົວເພີ່ມ 3,91%, ກວມເອົາ 13,77%; ຂະແໜງອຸດສາຫະກຳ ຂະຫຍາຍຕົວເພີ່ມ 6,54%, ກວມເອົາ 49,05% ; ຂະແໜງການບໍລິການ ຂະຫຍາຍຕົວ ເພີ່ມ 2,52%, ກວມເອົາ 36,36% ຂອງ GDP.

ອີງຕາມການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ປີ 2022 ແລະ ທິດທາງແຜນການປີ 2023 ຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ເມື່ອວັນທີ 11 ມັງກ່ອນຜ່ານມາ ວ່າ: ແຜນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ປີ 2022 ແມ່ນຢູ່ໃນເງື່ອນໄຂສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ. ໃນນີ້, ລວມທັງການລະບາດຂອງພະຍາດ ໂຄວິດ-19, ຄວາມຂັດແຍ່ງດ້ານການເມືອງ ແລະ ເສດຖະກິດຂອງບາງປະເທດ ຊຶ່ງເຮັດໃຫ້ເສດຖະກິດໂລກຖົດຖອຍຫຼຸດລົງ 6,0% ໃນປີ 2021 ມາຢູ່ໃນລະດັບ 3,2% ໃນປີ 2022. ສໍາລັບຢູ່ໃນປະເທດລາວເວົ້າລວມ, ເວົ້າສະເພາະ ນະຄອນຫຼວງວຽງຈັນ ກໍ່ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ ໂດຍສະເພາະແມ່ນ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ສະສົມມາຫຼາຍປີ, ບັນຫາການອ່ອນຄ່າຂອງເງິນກີບ, ການແຜ່ລະ ບາດຂອງພະຍາດ ໂຄວິດ-19, ການສົ່ງອອກສິນຄ້າໄປປະເທດໃກ້ຄຽງ, ສະພາບລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟມີການເໜັງຕີງເພີ່ມຂຶ້ນ. ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວເລກ 94 ຄາດໝາຍ ທີ່ໄດ້ຜ່ານການຮັບຮອງ ຈາກກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນປີ 2022 ທີ່ຜ່ານມາ ສາມາດປະຕິ ບັດໄດ້ ແລະ ລື່ນຄາດໝາຍ ຢູ່ 74 ຄາດໝາຍ.

ທ່ານ ໃຫ້ຮູ້ອີກວ່າ: ປີ 2022 ເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວໃນລະດັບ 4,83% (ແຜນດັດແກ້ 4,36%, ແຜນສູ້ຊົນ 6,5%), ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 62.243,93 ຕື້ກີບ (ແຜນການດັດແກ້ 58.412,26 ຕື້ກີບ, ຄາດໝາຍສູ້ຊົນ 63.076 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ (ມະຕິສະພາດັດແກ້ 60,28 ລ້ານກີບ); ໃນນັ້ນ: ຂະແໜງກະສິກຳ ຂະຫຍາຍຕົວ ເພີ່ມຂຶ້ນ 3,91%, ກວມເອົາ 13,77% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍ ຕົວ ເພີ່ມຂຶ້ນ 6,54%, ກວມເອົາ 49,05% ຂອງ GDP; ຂະແໜງການບໍລິການ ຂະຫຍາຍຕົວ ເພີ່ມຂຶ້ນ 2,52%, ກວມເອົາ 36,36% ຂອງ GDP.

ພ້ອມດຽວກັນນັ້ນ, ການເກັບລາຍຮັບງົບປະມານແມ່ນສາມາດຈັດເກັບລາຍຮັບໄດ້ທັງໝົດ 5.610,32 ຕື້ກີບ, ເທົ່າກັບ 100,25%ຂອງແຜນການປີ 2022 (ມະຕິສະພາ 5.596,26 ຕື້ກີບ) ທຽບໃສ່ປີ 2021 ເພີ່ມຂຶ້ນ 20,85% ຫຼືເທົ່າກັບ967,82 ຕື້ກີບ; ດ້ານການດຶງດູດການລົງທຶນປະຕິບັດໄດ້ 20.165,68 ຕື້ກີບ, ທຽບໃສ່ແຜນການ ປະຕິບັດໄດ້ລື່ນຄາດໝາຍ 53%.