WHO ເຕືອນ ຜູ້ເດີນທາງຄວນໃສ່ຜ້າອັດປາກ – ດັງ

59

ອົງການອະນາໄມໂລກອອກມາແນະນໍາວ່າ ຜູ້ໂດຍສານຖ້ຽວບິນເດີນທາງໄລຍະໄກ ຄວນໃສ່ຜ້າອັດປາກ – ດັງຂະນະການເດີນທາງ, ຫຼັງຈາກທີ່ພົບການແຜ່ລະບາດຂອງສາຍພັນຍ່ອຍໂອມີຄຣອນ XBB.1.5 ລະບາດໃນອາເມຣິກາ.

No photo description available.

ເຈົ້າໜ້າທີ່ອາວຸໂສພະແນກສຸກເສີນຂອງອົງການອະນາໄມໂລກປະຈໍາເອີຣົບ ກ່າວວ່າ ເຖິງວ່າຂະນະນີ້ ສະຫະພາບເອີຣົບ ກວດພົບສາຍພັນຍ່ອຍ XBB.1.5 ຂອງໂອມີຄຣອນ ຍັງມີຈໍານວນໜ້ອຍ ແຕ່ຕົວເລກຜູ້ຕິດເຊື້ອກໍເພີ່ມຂຶ້ນເລື້ອຍໆ. ຂະນະທີ່ໃນສະຫະລັດອາເມຣິກາ ກວດພົບຜູ້ຕິດເຊື້ອສາຍພັນຍ່ອຍດັ່ງກ່າວຫຼາຍທີ່ສຸດ ກວມເອົາ 27,6% ຂອງຜູ້ຕິດເຊື້ອໂຄວິດ – 19 ທັງໝົດ.

ທັງນີ້ XBB.1.5 ຈະເຮັດໃຫ້ເກີດການລະບາດໄປທົ່ວໂລກອີກຮອບ ຫຼື ບໍ່? ແຕ່ຜູ້ຊ່ຽວຊານຍັງຢືນຢັນວ່າ ວັກຊີນທີ່ມີໃນຂະນະນີ້ ສາມາດປ້ອງກັນບໍ່ໃຫ້ເກີດອາການຮຸນແຮງຈົນເຖິງຂັ້ນເສຍຊີວິດໄດ້.

May be an image of 3 people and people standing

ທັງນີ້ XBB.1.5 ເປັນສາຍພັນຍ່ອຍຂອງໂອມີຄຣອນອີກຊະນິດໜຶ່ງ ເຊິ່ງກາຍພັນມາຈາກ ໂອມີຄຣອນ XBB ທີ່ຫາກໍກວດພົບໃນເດືອນຕຸລາຜ່ານມາ ໂດຍ XBB.1.5 ເປັນການລວມຕົວກັນຂອງໂອມີຄຣອນອີກ 2 ສາຍພັນຍ່ອຍ.

ອົງການອະນາໄມໂລກຍັງປະກາດວ່າ: ຈະຈັດກອງປະຊຸມສຸກເສີນຂຶ້ນໃນວັນທີ 27 ມັງກອນຈະເຖິງນີ້ ເພື່ອປະເມີນວ່າການແຜ່ລະບາດໃຫຍ່ຂອງພະຍາດໂຄວິດ – 19 ຍັງເປັນພາວະສຸກເສີນດ້ານສາທາລະນະສຸກທີ່ສ້າງຄວາມກັງວົນໄປທົ່ວໂລກອີກ ຫຼື ບໍ່?.