ຈີນ ແລະໄທ ສອງປະເທດ ຮັບຊື້ສິນຄ້າຈາກເມືອງພຽງ

67

ໃນປີ 2022 ຜ່ານມາ, ຫ້ອງການກະສິກໍາ-ປ່າໄມ້ ເມືອງພຽງ ແຂວງໄຊຍະບູລີ ໄດ້ລົງຊຸກຍູ້ປຸກລະດົມຊາວກະສິກອນປູກພືດເປັນສິນຄ້າສົ່ງອອກ ແຜນການຜະລິດ ໃນເນື້ອທີ່ 17.570,88 ເຮັກຕາ, ຜົນຜະລິດ 243.180,97 ໂຕນ ໄດ້140,58% ຂອງແຜນການປີ.

No photo description available.

ໃນນີ້: ປູກສາລີແຂງ 3.460,57 ເຮັກຕາ ປູກໄດ້ເກີນແຜນ 38,42%, ໝາກໂມ 496,8 ເຮັກຕາ ທຽບໃສ່ແຜນປະຕິບັດໄດ້ 165,6%, ໝາກຖົ່ວເຫຼືອງ 380,36 ເຮັກຕາ, ທຽບໃສ່ແຜນປະຕິບັດໄດ້ 126,79%, ໝາກກ້ວຍ 1.534 ເຮັກຕາ, ໝາກເດືອຍ 3.307 ເຮັກຕາ, ມັນຕົ້ນ 7.030,6 ເຮັກຕາ, ທຽບໃສ່ແຜນປະຕິບັດໄດ້ເກີນ 3,06%, ໝາກງາ 930 ເຮັກຕາ, ແລະ ປູກພືດເສດຖະກິດອື່ນໆ 431 ເຮັກຕາ ເກີນແຜນທີ່ວາງໄວ້ 174,75%.

May be an image of outdoors
ໃນໄລຍະ 1 ປີຜ່ານມາ, ເມືອງພຽງ ສາມາດສົ່ງ ໝາກກ້ວຍ 24.900 ໂຕນ, ໝາກໂມ 22.356 ໂຕນ, ໝາກພຸກ 275 ໂຕນ, ເຂົ້າຈ້າວສົ່ງອອກມີທັງໝົດ 496 ໂຕນ, ມັນຕົ້ນ 210.918 ໂຕນ ໃນນີ້: ມັນຕົ້ນຫົວ 1.250 ໂຕນ ແລະ ມັນຕົ້ນແຫ້ງ 209.668 ໂຕນ, ຖົ່ວເຫຼືອງ 3.409,62 ໂຕນ, ໃນນີ້: ມີຖົ່ວເຫຼືອງຝັກສົດ 3.329 ໂຕນ ແລະ ຖົ່ວເຫຼືອງຝັກແຫ້ງ 80 ໂຕນ ແມ່ນສົ່ງອອກໄປ ສປ ຈີນ ແລະ ສົ່ງສາລີເມັດໄປຂາຍຢູ່ປະເທດໄທ 19.049,84 ໂຕນ.

May be an image of 2 people and food
ນອກຈາກນັ້ນ, ທາງເມືອງຍັງສົ່ງໄປຂາຍໃຫ້ຕ່າງເມືອງ, ແຂວງຫຼວງພະບາງ, ແຂວງວຽງຈັນ ມີສາລີເມັດ 200 ໂຕນ, ໝາກງາ 1.395 ໂຕນ, ມັນຕົ້ນແຫ້ງ 915 ໂຕນ ແລະ ມັນຕົ້ນຫົວ 1.250 ໂຕນ, ໝາກເດືອຍປໍ້ 1.692 ກວ່າໂຕນ, ປໍສາ 55 ໂຕ່ນ, ສາມາດສ້າງລາຍຮັບໄດ້ທັງໝົດ 9 ຮ້ອຍກວ່າຕື້ກີບ.

No photo description available.