ໄທ ໄປຕາມນັດຜ່ານເຂົ້າຮອບຊີງພົບ ຫວຽດນາມ ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ

62

ທີມຊາດໄທ ຊຸຸດໃຫຍ່ ເປີດບ້ານເອົາຊະນະ ທີມຊາດມາເລເຊຍ 3-0 ໃນການແຂ່ງຂັນບານເຕະຊີງແຊັມອາຊີ ຫຼື AFF Mitsubishi Electric Cup 2022 ຮອບ 4 ທີມສຸດທ້າຍນັດທີ 2 ເມື່ອວັນທີ 10 ມັງກອນ 2023 ທີ່ສະໜາມທໍາມະສາດ ປະເທດໄທ ເຮັດໃຫ້ ທີມຊາດໄທ ພິກສະຖານະການເອົາຊະນະ ມາເລເຊຍ ດ້ວຍຜົນລວມ 2 ນັດຊະນະໄປ 3-1 ຫຼັງນັດທໍາອິດແຂ່ງຂັນໃນບ້ານຂອງ ມາເລເຊຍ ສາມາດຊະນະ ໄທ ມາໄດ້ກ່ອນ 1-0.

ໂດຍຮອບຊີງຊະນະເລີດກໍຍັງແຂ່ງຂັນກັນ 2 ນັດ ( ໃນບ້ານ – ນອກບ້ານ ) ເຊັ່ນດຽວກັນຄື:
-ເວລາ 19:30 ໂມງຂອງວັນທີ 13 ມັງກອນ 2023 ທີມຊາດຫວຽດນາມ ເປີດບ້ານຮັບການມາຢາມຂອງ ທີມຊາດໄທ ທີ່ສະໜາມມີດິນ ສະເຕດ້ຽມ ໃນນະຄອນຫຼວງຮາໂນ້ຍ ປະເທດຫວຽດນາມ.
-ເວລາ 19:30 ໂມງຂອງວັນທີ 16 ມັງກອນ 2023 ທີມຊາດໄທ ເປີດບ້ານຮັບການມາຢາມຂອງ ຫວຽດນາມ ທີ່ສະໜາມທໍາມະສາດ ປະເທດໄທ.