ອັດຕາວ່າງງານໃນ ຟີລິບປິນ ຕໍ່າສຸດໃນຮອບ 17 ປີ

19

ຂ່າວ CRI ລາຍງານວ່າ ອົງການສະຖິຕິແຫ່ງຊາດ ຟີລິບປິນ ໄດ້ເປີດເຜີຍວ່າ: ອັດຕາວ່າງງານໃນເດືອນພະຈິກ ປີ 2022 ຜ່ານມາ ຂອງຟີລິບປິນ ຢູ່ໃນລະດັບ 4,2%, ຈຳນວນຜູ້ວ່າງງານ ແມ່ນ 2.180.000 ຄົນ, ຖືເປັນລະດັບຕ່ຳສຸດ ນັບແຕ່ເດືອນເມສາປີ 2005 ເປັນຕົ້ນມາ ຫຼື ໃນຮອບ 17 ປີ.

May be an image of one or more people, people standing and crowd

ໃນຂະນະທີ່ອັດຕາວ່າງງານ ໃນໄລຍະດຽວກັນຂອງປີ 2021 ແມ່ນຢູ່ໃນລະດັບ 6,5% ຈຳນວນຜູ້ວ່າງງານ ມີເຖິງ 3.160.000 ຄົນ ຖ້າເບິ່ງໃນດ້ານການປະກອບອາຊີບ ເມື່ອທຽບໃສ່ປີ 2021; ເດືອນພະຈິກປີ 2022 ຟີລິບປິນ ມີຜູ້ປະກອບອາຊີບ ເພີ່ມຂຶ້ນ 4.200.000 ຄົນ, ອັດຕາການປະກອບອາຊີບ ໄດ້ເພີ່ມຂຶ້ນເຖິງ 95,8% ຍອດຈຳນວນຜູ້ປະກອບອາຊີບບັນລຸເຖິງ 49.700.000 ຄົນ. ຂະນະທີ່ຕະຫຼາດແຮງງານທີ່ພັດທະນາຢ່າງແຂງແຮງ ເປັນຂີດໝາຍສະແດງໃຫ້ເຫັນວ່າ ເສດຖະກິດຟີລິບປິນ ໄດ້ຟື້ນຕົວຢ່າງເຂັ້ມແຂງ.

No photo description available.

ຟີລິບປິນ ກຳລັງຫັນປ່ຽນດ້ານເສດຖະກິດ ແລະ ສັງຄົມ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອດຶງດູດການລົງທຶນ ແລະ ສ້າງໂອກາດການປະກອບອາຊີບ ທີ່ມີຄຸນນະພາບສູງຂຶ້ນກວ່າເກົ່າ, ພ້ອມທັງຍົກສູງຄວາມສາມາດດ້ານການປະກອບອາຊີບຂອງຊາວຟີລິບປິນ.