ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ ຂອງກົມສ່ວຍສາອາກອນ ກະຊວງການເງິນ

108

ເພື່ອຮັບປະກັນຄວາມໂປ່ງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ສາມາດກວດສອບໄດ້ໃນຂົງເຂດການເງິນ ປັດຈຸບັນກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ພັດທະນາລະບົບທີ່ທັນສະໄໝ, ໃນການຈັດເກັບລາຍ ຮັບເຂົ້າງົບປະມານແຫ່ງລັດ ໂດຍສະເພາະການເກັບລາຍຮັບຜ່ານລະບົບ TaxRIS ເປັນທີ່ຮຽບຮ້ອຍແລ້ວ.

May be an image of ‎15 people, people standing, indoor and ‎text that says '‎TAXRIS DASHBOARD MONITORING ه‎'‎‎
ສະນັ້ນ, ໃນວັນທີ 10 ມັງກອນ 2023 ນີ້, ໄດ້ພິທີເປີດການນໍາໃຊ້ໂຄງການພັດທະນາຈໍສະແດງຜົນ (Dash Board) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ  ລັດຖະມົນຕີກະຊວງການເງິນ, ມີທ່ານ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ຫົວໜ້າຫ້ອງການກະຊວງ, ທ່ານ ຫົວໜ້າກົມສ່ວຍອາກອນ, ຄະນະກົມ, ຄະນະພະແນກ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 7 people, people standing and indoor
ໂຄງການພັດທະນາຈໍສະແດງຜົນ (DashBoard) ແມ່ນໜຶ່ງໃນເຄື່ອງມືທັນສະໄໝ, ເປັນເຄື່ອງມືໃນການຄຸ້ມຄອງຕິດຕາມການນຳໃຊ້ລະບົບ TaxRIS ໃຫ້ສາມາດນຳໃຊ້ໄດ້ຢ່າງຕໍ່ເນື່ອງ ແລະ ມີຜົນປະໂຫຍດສູງສຸດໂດຍສາມາດຕິດຕາມການເຮັດວຽກຂອງລະບົບເຊີເວີ,ຖານຂໍ້ມູນ, ລະບົບຄວາມປອດໄພ, ລະບົບເຄືອຄ່າຍເຊື່ອມຕໍ່ໄປຫາ 18 ແຂວງ ແລະ 148 ເມືອງໃນຂອບເຂດທົ່ວປະເທດໃຫ້ສາມາດນຳໃຊ້ລະບົບໄດ້ຕະຫຼອດເວລາ, ຄຸ້ມຄອງ ແລະ ຕິດຕາມການນຳໃຊ້ລະບົບ, ຕິດຕາມການເຊື່ອມຕໍ່ຂໍ້ມູນໃບເກັບເງິນອິເລັກໂທຣນິກ, ຕິດຕາມການຊຳລະອາກອນຜ່ານລະບົບທະນາຄານ,ອັນເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນຜູ້ປະກອບການໃນການມອບລາຍຮັບຂອງສ່ວຍສາອາກອນໃນຂອບເຂດທົ່ວປະເທດດ້ວຍຄວາມໂປງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ກວດສອບໄດ້.

May be an image of 8 people and people standing
ໂຄງການພັດທະນາຈໍສະແດງຜົນ (DashBoard) ເຮັດໜ້າທີ່ຕິດຕາມຕົວເລກລາຍຮັບສ່ວຍສາອາກອນ, ສາມາດຕິດຕາມ, ກວດກາ,ຄວບຄຸມບັນຊາການຢູ່ສູນກາງໃນການຄຸ້ມຄອງຕົວເລກລາຍຮັບສ່ວຍສາອາກອນໃນຂອບເຂດທົ່ວປະເທດ, ຕິດຕາມການນຳໃຊ້ລະບົບຂອງເຈົ້າໜ້າທີ່ສ່ວຍສາອາກອນ, ສັງລວມຂໍ້ມູນຕ່າງໆຂອງລະບົບຂໍ້ມູນ ຂ່າວສານ TaxRIS ນຳມາສະແດງໃຫ້ໜ້າຕ່າງຈໍສະແດງຜົນຄອບຄຸມ, ແຜນທີ່ການຕິດຕັ້ງລະບົບ TaxRIS ຢູ່ແຂວງ ແລະ ເມືອງຕ່າງໆທົ່ວປະເທດ, ພ້ອມທັງລະບຸສະຖານະຈຸດທີ່ທຳງານປົກກະຕິ ຫຼື ມີເຫດຂັດຂ້ອງ, ແຜນທີ່ ເຄືອຄ່າຍການເຊື່ອມຕໍ່ລະບົບ TaxRIS ຂັ້ນເມືອງພ້ອມທັງລະບຸສະຖານະຈຸດທີ່ທຳງານປົກກະຕິ ຫຼື ມີເຫດຂັດຂ້ອງ; ແຜນວາດການຕິດຕາມອຸປະກອນຕ່າງໆໃນຫ້ອງ Data Center ເຊັ່ນ: ເຄື່ອງແມ່ຂ່າຍ, ອຸປະກອນເຄືອຂ່າຍ, ອຸປະ ກອນຄວາມປອດໄພເຄືອຂ່າຍ, ອຸປະກອນຈັດເກັບຂໍ້ມູນ, ອຸປະກອນສຳຮອງຂໍ້ມູນ; ຈໍສະແດງຜົນຄອບຄຸມຜົນລາຍ ຮັບ, ສະແດງລະບົບຄວາມປອດໄພ ແລະ ການຖືກໂຈມຕີຈາກພາຍນອກເຂົ້າມາ.

May be an image of 7 people, people standing and indoor
ພ້ອມດຽວກັນນີ້, ລະບົບໂປຣແກຣມ, ອຸປະກອນ Server, Network ຂອງ PTIN ແລະ IPOS ເພື່ອ ຕິດຕາມກວດປະສິດທິພາບ ແລະ ການນຳໃຊ້ຂອງລະບົບເຊີເວີ; ຕິດຕາມກວດກາການເຊື່ອມຕໍ່ກັບລະບົບພາຍນອກ ເປັນຕົ້ນ: ການຊຳລະອາກອນ, ການສົ່ງຂໍ້ມູນໃບເກັບເງິນອິເລັກໂທຣນິກເຂົ້າມາໃນລະບົບ TaxRIS, ການເຊື່ອມ ຕໍ່ກັບພາກສ່ວນອື່ນໆຂອງລັດຜ່ານໂປຣແກຣມກວດກາຕິດຕາມປະລິມານທີ່ນຳໃຊ້ລະບົບ TaxRIS ແລະ ກວດກາ ຕິດຕາມຂໍ້ມູນເອີເລີຈາກການນຳໃຊ້ຕົວຈິງຜ່ານໂປຣແກມ, ເພື່ອກວດຕິດຕາມລະບົບຄວາມປອດໄພ ແລະ ລະບົບ ເຊື່ອມຕໍ່ລະບົບພາຍໃນຂອງ TaxRIS ອາກອນເມືອງໃຫ້ສາມາດສະແດງຜົນແບບທັນທີ (Real Time).