ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງ ຈະໄຂຂຶ້ນ 11–19 ມັງກອນນີ້

94

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຈະດຳເນີນຂຶ້ນໃນລະຫວ່າງ ວັນທີ 11–19 ມັງກອນນີ້ ເຊິ່ງຈະພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຕ່າງໆ ຂອງນະຄອນຫຼວງ.

ຮູບປະກອບ

ທ່ານ ນະຄະເສນ ສີຫາລາດ, ຄະນະປະຈຳ ສະພາປະຊາຊົນ, ເລຂາທິການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ຊື່ມວນຊົນ ວັນທີ 6 ມັງກອນ 2023 ທີ່ສຳນັກງານອົງການປົກຄອງ ນະຄອນຫຼວງວຽງຈັນ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຈະດຳເນີນຂຶ້ນໃນລະຫວ່າງວັນທີ 11–19 ມັງກອນ 2023 ທີ່ຫ້ອງປະຊຸມສຳນັກງານອົງການປົກຄອງ ນະຄອນ ຫຼວງວຽງຈັນ ເພື່ອສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນດາສຳຄັນພື້ນຖານຕ່າງໆ ຂອງນະຄອນຫຼວງ ດັ່ງນີ້:

1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນະຄອນຫຼວງ ກ່ຽວກັບຜົນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງນະຄອນຫຼວງວຽງຈັນ; 2. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ຂອງອົງການກວດສອບ ປະຈຳພາກກາງ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2021 ຂອງນະຄອນຫຼວງວຽງຈັນ; 3. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ຂອງອົງການກວດກາລັດ ນະຄອນຫຼວງວຽງຈັນ; ບົດລາຍງານຜົນການກວດກາຕາມຜົນການກວດສອບ ປະຈຳປີ 2018; 4. ຮັບຟັງການລາຍງານການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ຄື: 1) ວາລະແຫ່ງຊາດວ່າດ້ວຍ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈຳປີ 2022 ຢູ່ນະຄອນຫຼວງວຽງຈັນ. 2) ວາລະແຫ່ງຊາດວ່າດ້ວຍ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳ ປີ 2022 ຢູ່ນະຄອນຫຼວງວຽງຈັນ.

5. ພິຈາລະນາ ແລະ ຮັບຮອງເອົາການສ້າງນິຕິກຳໃຕ້ກົດໝາຍ ຂອງນະຄອນຫຼວງ ຈຳນວນ 02 ສະບັບ ຄື: 1) ຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດມາດຕະການສ້າງນະຄອນຫຼວງວຽງຈັນ ສະອາດ (ສ. ສະອາດ); 2) ຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຂອງນະ ຄອນຫຼວງວຽງຈັນ.; 6. ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ໃສ່ຮ່າງລັດຖະບັນຍັດຂອງປະທານປະເທດ ຈຳນວນ 02 ສະບັບ ຄື: 1) ຮ່າງລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍນະຄອນຫຼວງ; 2) ຮ່າງລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍອາກອນຕົວເມືອງ (City Tax); 7. ຮັບຟັງການລາຍງານ ຂອງອົງການອົງຄອງ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກຳໃຕ້ກົດໝາຍ ທີ່ສະພາປະຊາຊົນ ນະຄອນຫຼວງ ໄດ້ຮັບຮອງເອົາ ຈຳນວນ 02 ສະບັບ ຄື: 1) ຂໍ້ຕົກລົງວ່າດ້ວຍ ການສ້າງນະຄອນຫຼວງວຽງຈັນ ສີຂຽວ (ສ.ສີຂຽວ); 2) ຂໍ້ຕົກລົງວ່າດ້ວຍ ນະຄອນຫຼວງວຽງຈັນ ສະຫງົບສຸກ (ສ.ສະຫງົບ). (ໃນນັ້ນລວມທັງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍ ມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມທ້ອງຖະໜົນ ທົ່ວນະຄອນຫຼວງວຽງຈັນ ສະບັບເລກທີ 1323/ຈນວ, ລົງວັນທີ 21 ທັນ ວາ 2018);

8. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ; 9. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະ ຄອນຫຼວງວຽງຈັນ; 10. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II; 11. ຮັບຟັງບົດປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຕໍ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ; 12. ພິຈາລະນາໃຫ້ຄະແນນປະເມີນຜົນ ຕໍ່ການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາປະຊາຊົນ ນະຄອນ ຫຼວງ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.

ທ່ານ ນະຄະເສນ ສີຫາລາດ ໃຫ້ຮູ້ຕື່ມວ່າ: ນອກຈາກບັນດາເນື້ອໃນທີ່ກ່າວມາຂ້າງເທີງແລ້ວ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນະຄອນຫຼວງ ຍົກຂຶ້ນ ຫຼື ຊັກຖາມໃນກອງປະຊຸມຈາກອົງການປົກຄອງ, ສານປະຊາຊົນ, ໄອຍະການປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງຕື່ມອີກ ເຊິ່ງບັນດາທ່ານສາມາດປະກອບຄຳຄິດຄຳເຫັນ ຫຼື ຄຳສະເໜີ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260242 ຈະເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.