ປັບປຸງຄືນໂຮງກາຍະສິນແຫ່ງຊາດ ຫຼັງສ້າງມາຍາວນານ 32 ປີ

109

ໂຮງກາຍະສິນແຫ່ງຊາດທີ່ສ້າງຂຶ້ນມາຍາວນານເຖິງ 32 ປີ ຮອດທຸກວັນນີ້ ດ້ານໃນຫຼາຍຢ່າງແມ່ນຊຸດໂຊມລົງຫຼາຍ ແລະທາງດ້ານນອກສີສັນກໍບໍໂດດເດັ່ນພໍ ຈິ່ງຕ້ອງມີການປັບປຸງຄືນໃໝ່ເພື່ອສາມາດດຶງດູດຜູ້ຊົມໄດ້ຫຼາຍຂຶ້ນໃນຕໍ່ໜ້າ.

May be an image of 4 people

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພາກເອກະຊົນ ຄື: ບໍລິສັດ ແຟສເຕີ ມີເດຍ ຈໍາກັດຜູ້ດຽວ ແລະ ບໍລິສັດ ໂອໂຕລາວ ວຽງ ຈັນ ສ່ວນບຸກຄົນ ກໍາລັງປັບປຸງໂຮງກາຍະສິນແຫ່ງຊາດ ທີ່ສ້າງຂຶ້ນມາໄດ້ 30 ກວ່າປີ ໄປສູ່ໂສມໜ້າໃໝ່ທີ່ດີຂຶ້ນ, ທັງມີຄວາມສວຍງາມ ແລະ ຈະມີການບໍລິການຫລາຍກິດຈະກໍາກວ່າເກົ່າເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ.

May be an image of 1 person, standing and indoor
ທ່ານ ນາງ ວອນວິໄລ ລັດຖະຟ້າສະຫວ່າງ, ຜູ້ອໍານວຍການກອງກາຍະສິນແຫ່ງຊາດ ໃຫ້ສໍາພາດຕໍ່ວິທະຍຸກະຈາຍສຽງແຫ່ງ ຊາດລາວ ວ່າ: ກະຊວງ ຖວທ ໄດ້ເຊັນສັນຍາກັບພາກເອກະຊົນ ແຕ່ປີ 2019, ຕໍ່ມາໄດ້ປັບປຸງ ແລະ ເຊັນສັນຍາຄືນໃໝ່ໃນທ້າຍປີ 2021 ເພື່ອປັບປຸງພື້ນຖານໂຄງລ່າງ, ສິ່ງອໍນວຍຄວາມສະດວກ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ພຽງພໍທັງຢູ່ດ້ານໃນ ແລະ ດ້ານນອກຂອງໂຮງກາຍະສິນແຫ່ງຊາດໃຫ້ສວຍງາມ ແລະ ໜ້າທ່ຽວຊົມກວ່າເກົ່າ, ໃນນີ້ ສະເພາະດ້ານໃນ ໄດ້ປັບປຸງລະບົບໄຟ, ແສງ, ສີ, ສຽງ, ບ່ອນນັ່ງຊົມການສະ ແດງ ແລະ ອື່ນໆ ທີ່ຊຸດໂຊມແລ້ວ.

May be an image of 9 people and indoor

ເຊີ່ງມາຮອດປັດຈຸບັນ ການປັບປຸງສໍາເລັດແລ້ວປະມານ 80%, ສ່ວນຢູ່ດ້ານນອກອ້ອມຮອບໂຮງກາຍະສິນ ໄດ້ສໍາເລັດການຮື້ຖອນອາຄານຕ່າງໆ ສໍາເລັດຕໍ່ໄປແມ່ນກະກຽມສ້າງເປັນຫ້ອງວາງສະ ແດງ ແລະ ຈໍາໜ່າຍສິນຄ້າ ເປັນຕົ້ນ: ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານສະດວກຊື້, ຮ້ານກາເຟ, ບ່ອນຍ່າງຫຼີ້ນ, ບ່ອນຈອດລົດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ດ້ວຍການຕົບແຕ່ງໃຫ້ມີຄວາມສວຍງາມຂຶ້ນກວ່າເກົ່າ.

May be an image of 1 person, stadium and indoor
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບການຕົບແຕ່ງພາຍໃນຂອງໂຮງກາຍະສິນແຫ່ງຊາດ ຄາດວ່າຈະໃຫ້ສໍາເລັດທັນເພື່ອຈັດການສະແດງຮັບໃຊ້ໃນໂອກາດວັນສ້າງຕັ້ກອງທັບ ປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 74 ປີ ທີ່ຈະມາເຖີງນີ້, ສ່ວນການກໍ່ສ້າງບັນດາຮ້ານ ແລະ ການຕົບແຕ່ງຕ່າງໆ ຢູ່ດ້ານນອກໂຮງກາຍະສິນ ຄາດວ່າຈະໃຫ້ສໍາເລັດສົມບູນທຸກຢ່າງພາຍໃນປີ 2025. ເມື່ອເຖີງເວລານັ້ນ ໂຮງກາຍະສິນແຫ່ງຊາດຈະມີໂສມໜ້າໃໝ່ທີ່ໜ້າທ່ຽວຊົມກວ່າເກົ່າ.

May be an image of 1 person

ຂະນະທີ່ກອງກາຍະສິນແຫ່ງຊາດ ມີແຜນຈະຈັດການສະແດງກາຍະສິນໃຫ້ຫລາຍຂຶ້ນຄາດວ່າອາທິດລະ 2-3 ຄັ້ງ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຊົມ ກໍຄື ໄປທ່ອງທ່ຽວຢູ່ເຂດໂຮງກາຍະ ສິນແຫ່ງຊາດໃຫ້ນັບມື້ເພີ່ມຂຶ້ນ.

No photo description available.
ສໍາລັບໂຮງກາຍະສິນແຫ່ງຊາດ ຕັ້ງຢູ່ບ້ານສະຫວ່າງ, ເມືອງຈັນທະບູລີ, ນະຄອນ ຫຼວງວຽງຈັນ ໄດ້ຮັບການສ້າງ ຕັ້ງຂຶ້ນສໍາເລັດແຕ່ປີ 1990 ໂດຍການຊ່ວຍເຫຼືອຂອງອະດີດສະຫະພາບໂຊວຽດ ເຊີ່ງມາຮອດປັດຈຸບັນ ພາຍໃນອາຄານຫລາຍຢ່າງຢູ່ໃນສະພາບທີ່ຊຸດໂຊມແລ້ວ.