ອິນເດຍ ແຊງໜ້າຍີ່ປຸ່ນ ກາຍເປັນຕະຫຼາດລົດໃຫຍ່ອັນດັບ 3 ຂອງໂລກ

34

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບັນດາບໍລິສັດຂາຍລົດໃນ ອິນເດຍ ເປີດເຜີຍຍອດຂາຍລົດໃຫຍ່ໃນອິນເດຍ ໃນປີ 2022 ເພີ່ມຂຶ້ນເປັນປະມານ 4,25 ລ້ານຄັນ ແຊງໜ້າຍີ່ປຸ່ນ ທີ່ມີຍອດຂາຍ 4,2 ລ້ານຄັນໃນປີຜ່ານມາ ແຕ່ຍອດຂາຍລົດໃຫຍ່ໃນ ອິນເດຍ ອາດຈະເພີ່ມສູງຂຶ້ນກວ່ານັ້ນ ເພາະວ່າຍັງກຳລັງຮວບຮວມຂໍ້ມູນຍອດຂາຍລົດໃນໄຕມາດສຸດທ້າຍຂອງປີ 2022 ລວມທັງຜົນປະກອບການປີ 2022 ຂອງບໍລິສັດທາທາ ມໍເຕີ ແລະ ຜູ້ຜະລິດລົດຄ້າຍອື່ນໆອີກ.

May be an image of car and road

ແນວໃດກໍຕາມ, ຍອດຂາຍລົດໃຫຍ່ທີ່ 4,25 ລ້ານຄັນ ກໍເຮັດໃຫ້ ອິນເດຍ ແຊງໜ້າຍີ່ປຸ່ນ ຂຶ້ນເປັນປະເທດຕະຫຼາດລົດໃຫຍ່ ອັນດັບ 3 ຂອງໂລກໄດ້ສຳເລັດ.

ທັງນີ້, ອຸດສາຫະກຳລົດໃຫຍ່ ຂອງອິນເດຍ ໃນໄລຍະປີ     2018 – 2020 ຂ້ອນຂ້າງຜັນຜວນ ເຊິ່ງໃນປີ 2019 ອິນເດຍ ມີຍອດຂາຍລົດໃຫຍ່ຕ່ຳກວ່າ 4 ລ້ານຄັນ, ແຕ່ໃນປີ 2020 ຍອດຂາຍຕ່ຳກວ່າ 3 ລ້ານຄັນ ເນື່ອງຈາກປະເຊີນກັບການລະບາດຂອງພະຍາດໂຄວິດ – 19 ຢ່າງໜັກໜ່ວງ, ກ່ອນຈະເພີ່ມຂຶ້ນຈຸ 4 ລ້ານຄັນ ໃນປີ 2021 ແຕ່ກໍຕ້ອງປະເຊີນກັບການຂາດແຄນຊິ້ນສ່ວນລົດໃຫຍ່, ໃນປີ 2022 ການຂາດແຄນເຊມີຄອນດັກເຕີ ເລີ່ມຜ່ອນຄາຍລົງ ເຮັດໃຫ້ຜູ້ຜະລິດລົດລາຍໃຫຍ່ໃນອິນເດຍ ຢ່າງ ທາທາ ມໍເຕີ, ມາຣູຕີ, ຊູຊຸກິ ແລະ ບໍລິສັດອື່ນໆ ເລີ່ມມີຍອດຂາຍເພີ່ມຂຶ້ນ.

May be an image of car and road

ແນວໃດກໍດີ, ຂະນະນີ້ ອິນເດຍ ມີປະຊາກອນປະມານ 1.400 ລ້ານຄົນ ແລະ ປະຊາກອນຍັງຈະເພີ່ມຂຶ້ນອາດແຊງໜ້າຈີນ ໃນອີກບໍ່ພໍເທົ່າໃດປີຂ້າງໜ້ານີ້ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈົນເຖິງປີ 2060, ໃນຂະນະດຽວກັນລາຍໄດ້ສະເລ່ຍຂອງປະຊາກອນກໍເພີ່ມຂຶ້ນ.

ຢູໂຣ ມໍເຕີ ບໍລິສັດວິໄຈຂອງອັງກິດ ລະບຸວ່າ: ໃນປີ 2021 ມີຄົວເຮືອນໃນອິນເດຍພຽງ 8,5% ເທົ່ານັ້ນ ທີ່ມີລົດໃຫຍ່ສ່ວນບຸກຄົນ, ດັ່ງນັ້ນເມື່ອເສດຖະກິດດີຂຶ້ນ ລາຍໄດ້ຂອງປະຊາຊົນດີຂຶ້ນ ຕະຫຼາດລົດໃຫຍ່ໃນອິນເດຍ ຍິ່ງຈະຂະຫຍາຍຕົວຢ່າງໄວວາ, ແຕ່ສິ່ງທີ່ຄ້າຍລົດເປັນຫ່ວງກໍຄື ລັດຖະບານອິນເດຍ ໄດ້ສະໜັບສະໜູນໃຫ້ສັງຄົມນຳໃຊ້ລົດໄຟຟ້າ ເພື່ອຫຼຸດຜ່ອນການປ່ອຍມົນລະພິດລົງ.