ຊົມເຊີຍສຸດ ຜົນງານແພດໝໍລາວໂຮງໝໍສູນກາງ 103 ສຳເລັດການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີ

383

ນັບເປັນຂ່າວທີ່ດີທີ່ສຸດຂອງແວດວົງການແພດຂອງລາວເຮົາທີ່ມີຄວາມກ້າວໜ້າຂຶ້ນອີກຂັ້ນ ແລະຍັງເປັນຂ່າວທີ່ດີສຸດຂອງປະຊາຊົນ ຖ້າຫາກວ່າພວມຜະເຊີນກັບພະຍາດໝາກໄຂ່ຫຼັງຢູ່ກໍ່ສາມາດອຸ່ນໃຈໄດ້ ເພາະແພດໝໍລາວໄດ້ປະສົບຜົນສຳເລັດໄປແລ້ວສອງກໍລະນີໃນການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ.

May be an image of 3 people, people standing and indoor
ວັນທີ 9 ມັງກອນ 2023 ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຖະແຫຼງຜົນສຳເລັດໃນການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີທຳອິດ ຢູ່ ສປປ ລາວ ເປັນຂີດໝາຍປະຫວັດສາດ ແລະ ເປີດສາກໃຫ້ວົງການແພດລາວບຸກບືນເທື່ອລະກ້າວ ໃຫ້ພັດທະນາກ້າວໜ້າທຽມທັນກັບບັນດາປະເທດໃກ້ຄຽງ ແລະ ສາກົນ.

ເຂົ້າຮ່ວມໂດຍທ່ານ ພົຈວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ທ່ານ ພົຈວ ຮສຈ ປອ ຫງຽນ ຊ່ວນ ກ່ຽນ ຫົວໜ້າວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

May be an image of 3 people and people standing
ທ່ານ ພັອ ປອ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກ່າວວ່າ: ໂຄງການຮ່ວມມືຜ່າຕັດປູກຖ່າຍໝາກໄຂ່ຫຼັງ ລະຫວ່າງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍ 103 ວິທະຍາຄານກອງທັບປະຊາຊົນຫວຽດນາມ ເຊິ່ງການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີທຳອິດຢູ່ ສປປ ລາວ ມາຮອດເວລານີ້ ແມ່ນປະສົບຜົນສຳເລັດຢ່າງຈົບງາມ ປັດຈຸບັນ ທັງ 2 ກໍລະນີຄົນເຈັບ ຫຼັງປູກຖ່າຍໄດ້ 10 ວັນ ສະພາບຮ່າງກາຍດີຂຶ້ນຕາມລຳດັບ ສາມາດເຄື່ອນໄຫວຍ່າງໄປ-ມາໄດ້ເປັນປົກກະຕິກ ກິນດື່ມໄດ້ ມີເຫື່ອມີແຮງຫຼາຍຂຶ້ນ ນໍ້າຍ່ຽວໄດ້ປະລິມານເພິ່ງພໍໃຈ ຜົນການກວດເລືອດວິເຄາະແມ່ນຢູ່ໃນຄ່າປົກກະຕິ.

May be an image of 1 person

ໂຄງການດັ່ງກ່າວ ລະຫວ່າງ 2 ໂຮງໝໍ 2 ກອງທັບ ໄດ້ມີແຜນລິເລີ່ມແຕ່ປີ 2018 ໂດຍໄດ້ກວດກາສຳຫຼວດຢ່າງລະອຽດຖີ່ຖ້ວນ ກ່ຽວກັບໂຄງລ່າງພື້ນຖານ ອຸປະກອນເຄື່ອງມືການແພດ ບຸກຄະລາກອນຂອງໂຮງໝໍສູນກາງ 103 ກອງທັບ ໄດ້ປະເມີນຕີລາຄາ ແລະ ຄາດຄະເນຢ່າງຮອບດ້ານ ໃນປີ 2019 ພະນັກງານແພດໝໍຈາກໂຮງໝໍສູນກາງ 103 ກອງທັບປະຊາຊົນ ຈຳນວນ 15 ສະຫາຍ ໄດ້ເດີ່ນທາງໄປເຝິກອົບຮົມວຽກງານຜ່າຕັດປູກຖ່າຍໄຂ່ຫຼັງ ເພື່ອກະກຽມປູກຖ່າຍຢ່າງລະອຽດກ່ອນດຳເນີນການປະຕິບັດຕົວຈີງ.

May be an image of 3 people, people standing and indoor

ເພື່ອກະກຽມການປູກຖ່າຍໄຂ່ຫຼັງຄັ້ງນີ້, ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ໄດ້ວາງແຜນການຢ່າງລະອຽດຖີ່ຖ້ວນ, ໄດ້ກະກຽມຫວ້ານຢາ, ອຸປະກອນເຄື່ອງມືການແພດ, ວັດຖຸຊິນເປື່ອງຄົບຖ້ວນ 100% ແລະ ວິຊາການຜູ້ຊຳນານທີ່ສຸດ.

May be an image of 4 people, people standing and indoor
ມາໃນວັນທີ 31 ທັນວາ 2022 ການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີ ໄດ້ເລີ້ມຕົ້ນແຕ່ເວລາ 7 ໂມງ ຈົນຮອດ 18 ໂມງ ຈຶ່ງສຳເລັດ. ທັງ 2 ກໍລະນີ ຫຼັງປູກຖ່າຍ ໄຂ່ຫຼັງປູກຖ່າຍຕຶງຂຶ້ນ, ແດງດີ ແລະ ເຕັ້ນຕາມຈັງຫວະຫົວໃຈເຕັ້ນ, ໄດ້ເຫັນນໍ້າຍ່ຽວຍອດທຳອິດ ຜ່ານທໍ່ຍ່ຽວ ເຮັດໃຫ້ບັນດາທ່ານໝໍ-ພະຍາບານທັງລາວ ແລະ ຫວຽດນາມດີໃຈສຸດຊຶ້ງເຕັມໄປດ້ວຍຄວາມສຸກຢ່າງລົ້ນເຫຼືອ.

May be an image of 1 person, sitting, standing and indoor
ການຜ່າຕັດປູກຖ່າຍໄຂ່ຫຼັງ ແມ່ນວິທີການປິ່ນປົວສຸດທ້າຍ ແລະ ແມ່ນວິທີການປິ່ນປົວທີ່ດີເລີດ ສາມາດເຮັດຮ່າງກາຍຄືນເຈັບຟື້ນຟູກັບຄືນສູ່ສະພາບປົກກະຕິໄດ້ໄວທີ່ສຸດ, ອາດຈະເວົ້າໄດ້ວ່າ ຄົນເຈັບໄດ້ເກີດໃໝ່ ເທື່ອທີ 2. ຄົນເຈັບສາມາດກັບຄືນການໃຊ້ຊີວິດປະຈໍາວັນ ແລະ ປະກອບສ່ວນກິດຈະກຳຕ່າງໆໄດ້ເປັນປົກກະຕິ, ຊີວິດນີ້ຈະບໍ່ໄດ້ຕິດພັນນຳເຄື່ອງຈັກຟອກເລືອດ ແລະ ນັ່ງລໍຖ້າຄີວຟອກເລືອດ.