ສະອອນການປູກພືດເປັນສິນຄ້າຢູ່ເມືອງຊຽງຮ່ອນ ໝາກໂມ ແລະຖົ່ວເຫຼືອງພວມເຕີບໃຫຍ່

110

ແຂວງໄຊຍະບູລີເປັນແຂວງທີ່ມີຊາຍແດນຕິດຈອດກັບປະເທດໄທ ແລະມີພື້ນທີ່ການຜະລິດກວ້າງຂວາງ ປະຊາຊົນດຸໝັ່ນເຮັດການຜະລິດ ສະເພາະເມືອງຊຽງຮ່ອນ ທຸກວັນນີ້ການກະສິກຳເລີ່ມຫັນສູ່ທັນສະໄໝດ້ວຍການນຳໃຊ້ກົນຈັກມາແທນທີ່ແຮງງານ ແລະປູກເປັນຈຳນວນຫຼາຍ.

May be an image of outdoors
ທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ລາຍງານການປູກພືດລະດູແລ້ງຂອງຊາວກະສິກອນຢູ່ເມືອງຊຽງຮ່ອນ ຕໍ່ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໃນໂອກາດເຄື່ອນໄຫວຊຸກຍູ້ການປູກພືດລະດູແລ້ງຢູ່ເມືອງຊຽງຮ່ອນໃນອາທິດຜ່ານມາ ໃຫ້ຮູ້ວ່າ ປັດຈຸບັນ ການປູກພືດລະດູແລ້ງສຳເລັດແລ້ວ 62,24% ໃນນັ້ນ ປູກເຂົ້ານາແຊງສໍາເລັດແລ້ວ 65% ເທົ່າກັບເນື້ອທີ່ 258,7 ເຮັກຕາຂອງເນື້ອທີ່ແຜນການ 398 ເຮັກຕາ ອີງຕາມແຜນການຂອງເມືອງ ຄາດວ່າ ລະດູແລ້ງປີນີ້ ຈະປູກເຂົ້ານາແຊງເປັນສິນຄ້າໃນເນື້ອທີ່ 200 ເຮັກຕາ ປູກເຂົ້າຄໍ້າປະກັນສະບຽງອາຫານ 190 ຮັກຕາ ການປູກພືດຄໍ້າປະກັນສະບຽງອາຫານ ເນື້ອທີ່ແຜນການ 552 ເຮັກຕາ ປະຕິບັດໄດ້ 474 ເຮັກຕາ ໃນນັ້ນມີການປູກສາລີຫວານ 72 ເຮັກຕາ ແລະ ພືດຜັດຕ່າງໆ 402 ເຮັກຕາ.

May be an image of 2 people and outdoors

ນອກຈາກນີ້ ອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນເຂົ້າໃນການປູກໝາກໂມໃນເນື້ອທີ່ແຜນການທັງໝົດ 350 ເຮັກຕາ ສໍາເລັດແລ້ວ 75 ເຮັກຕາ ເທົ່າກັບ 21,42% ປູກໝາກຖົ່ວເຫຼືອງ ເນື້ອທີ່ແຜນການທັງໝົດ 250 ເຮັກຕາ ສຳເລັດແລ້ວ 165 ເຮັກຕາ ເທົ່າກັບ 66% ມີ 1 ບໍລິສັດຄື: ບໍລິສັດ ກັງສຽງ ທັງນີ້ກໍເພື່ອເປັນການສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ປະຊາຊົນຈາກການເຊົ່າທີ່ດິນ ຄ່າແຮງງານກໍາມະກອນ ແລະ ອື່ນໆ ເເນໃສ່ຍົກສູງຊີວິດການເປັນຢູ່ຂອງກະສິກອນໃນເມືອງຊຽງຮ່ອນ ໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.

May be an image of 1 person and outdoors