ສປປ ລາວ ຈະນຳໃຊ້ລົດຕູ້ເຢັນຂົນສົ່ງວັກຊິນ ເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ

46

ເພື່ອສະໜອງການບໍລິການວັກຊິນໃຫ້ທົ່ວເຖິງຢູ່ໃນ ສປປ ລາວ ແລະ ປັບປຸງວຽກງານການໃຫ້ວັກຊິນກັນພະຍາດແບບປົກກະຕິ ເພື່ອໃຫ້ບັນລຸເປົ້າໝາຍ ວັນທີ 7 ມັງກອນ 2023 ຜ່ານມາ ທີ່ແຂວງອັດຕະປື ລັດຖະບານຍີ່ປຸ່ນ ໄດ້ມອບລົດຕູ້ເຢັນຂົນສົ່ງວັກຊີນ ຈໍານວນ 2 ຄັນ (RVTV) ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ ເພື່ອສະໜັບສະໜູນໂຄງການໃຫ້ວັກຊີນກັນພະຍາດ ແລະ ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ແຂວງເຊກອງ ແລະ ແຂວງ ອັດຕະປື, ຕາງໜ້າມອບໂດຍ ທ່ານ ໂຄບະຍະຊິ ເຄັນອິຈີ ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາສປປລາວ ແລະ ກ່າວຮັບໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມເປັນສັກຂີພີຍານ ທ່ານ ບຸນເສີດເສດທິລາດ ຮອງເຈົ້າແຂວງອັດຕະປື, ທ່ານ ນາງ ເພຍ ເຣເບັນໂຣ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບປະຈໍາ ສປປ ລາວ ມີຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ແລະ ແຂວງເຊກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ຮອດປັດຈຸບັນນີ້ ປະຊາກອນລາວຫຼາຍກວ່າ 85% ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ເຂັມທີໜຶ່ງ ສະແດງໃຫ້ເຫັນວ່າຂະບວນການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນປະສົບຜົນສຳເລັດໃນລະດັບໜຶ່ງ, ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີບາງເມືອງໃນແຂວງພາກໃຕ້ ທີ່ຍັງບໍ່ທັນບັນລຸເປົ້າໝາຍ ເນື່ອງຈາກຄວາມຫຍຸ້ງຍາກດ້ານພູມສັນຖານ ແລະ ເສັ້ນທາງຄົມມະນາຄົມ. ນອກນັ້ນ, ທ່ານຍັງໄດ້ກ່າວ ຂອບໃຈຕໍ່ລັດຖະບານປະເທດຍີ່ປຸ່ນ ທີ່ມອບລົດຂົນສົ່ງວັກຊີນຈໍານວນ 2 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ ປັດຈຸບັນນີ້ ກະຊວງສາທາລະນະສຸກ ສາມາດຂົນສົ່ງວັກຊິນໄປເຂດຫ່າງໄກສອກຫຼີກໄດ້ຢ່າງປອດໄພ ແລະ ມີປະສິດທິພາບ.
ພາຫະນະດັ່ງກ່າວນີ້ ໄດ້ມີການຈັດຊື້ທັງໝົດ 3 ຄັນ ແລະ ຈະມອບໃຫ້ແຂວງອັດຕະປື, ເຊກອງ ແລະ ສະຫວັນນະເຂດ ເພື່ອນໍາໃຊ້ເຂົ້າໃນການປັບປຸງວຽກງານໃຫ້ວັກຊິນກັນພະຍາດໃນເມືອງທີ່ມີຄວາມສ່ຽງສູງ. ສໍາລັບແຂວງສະຫວັນນະເຂດແມ່ນ ຈະມອບໃຫ້ໃນໄວໆນີ້. ລົດຕູ້ເຢັນຂົນສົ່ງວັກຊີນ (RVTVs) ແມ່ນຍານພາຫະນະຂົນສົ່ງວັກຊີນທີ່ມີຄຸນນະພາບຕາມມາດຕາຖານຂອງອົງການອະນາໄມໂລກ (WHO), ເປັນລົດທີ່ສາມາດຂົນສົ່ງວັກຊີນໄດ້ຢ່າງປອດໄພຢູ່ໃນອຸນຫະພູມລະຫວ່າງ 2-8 ອົງສາ °C, ດ້ວຍຄວາມສາມາດໃນການເດີນທາງໃນເຂດທີ່ຄວາມຫຍຸ້ງຍາກລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ນີ້ ສາມາດຮັກສາຄວາມເຢັນຈົນກວ່າຈະຮອດຈຸດສຸດທ້າຍຂອງລະບົບຕ່ອງໂສ້ຄວາມເຢັນ ເຊິ່ງແມ່ນໂຮງໝໍນ້ອຍ.

ທ່ານ ໂກບາຢາຊິ ເຄນນິຈິ ກ່າວວ່າ: ໃນ ສປປ ລາວ ໂດຍສະເພາະຢູ່ເຂດຫ່າງໄກ ສອກຫລີກ ປະສົບກັບຄວາມຫຍຸ້ງຍາກທາງດ້ານການຂົນສົ່ງວັກຊິນ ຈາກສູນກາງຍ້ອນສະພາບປັດໃຈດ້ານພູມສັນຖານ ແລະ ຂາດອຸປກອນທີ່ຈໍາເປັນ, ລັດຖະບານຍີ່່ປຸ່ນໄດ້ໃຫ້ການສະໜັບສະໜູນໂຄງການສັກຢາກັນພະຍາດ ຕັ້ັງແຕ່ໄລຍະເລີ່ມຕົ້ນ ແລະ ການສະໜັບສະໜູນລົດຕູ້ເຢັນຂົນສົ່ງວັກຊິນ (RVTV) ໃນຄັ້ງນີ້ ກໍແມ່ນໜຶ່ງໃນການສະໜັບສະໜູນທີ່ມີມູນຄ່າເຖິງ 1.1 ລ້ານໂດລາສະຫະລັດ ຈາກລັດຖະບານຍີ່ປຸ່ນ ໃນການຈັດຊື້ຕູ້ເຢັນເກັບຮັກສາວັກຊີນ ຈຳນວນ 697 ໜ່ວຍ, ຖົງພາຍເກັບວັກຊີນ ຈຳນວນ 500 ໜ່ວຍ ແລະ ກ່ອງເກັບຄວາມເຢັນ ຈຳນວນ 100 ກ່ອງ ໂດຍຜ່ານ ອົງການຢູນິເຊບ ເຊິ່ງບັນດາອຸປະກອນດັ່ງກ່າວກໍໄດ້ແຈກຢາຍ ແລະ ຕິດຕັ້ງສຳເລັດ ເພື່ອໃຊ້ໃນການປັບປຸງລະບົບຕ່ອງໂສ້ລະບົບເຢັນໃຫ້ດີຂຶ້ນ ເພື່ອຮັບປະກັນໃຫ້ວັກຊິນມີຄຸນນະພາບໄດ້ຢ່າງຕໍ່າໃນໄລຍະ 5 ຫາ 7 ປີ.

ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ Dr Pia Rebello Britto, ຜູ້ຕາງຫນ້າຂອງອົງການຢູນິເຊບ ໄດ້ກ່າວວ່າ: “ໂຄງການສັກຢາກັນພະຍາດຮອບປົກກະຕິ ໄດ້ຊ່ວຍຊີວິດຄົນຫຼາຍລ້ານຄົນໃນທົ່ວໂລກ ໃຫ້ເດັກມີການເລີ່ມຕົ້ນຂອງຊີວິດທີ່ດີທີ່ສຸດ. ແຕ່ສັງເກດເຫັນວ່າ, ໃນໄລຍະທົດສະວັດທີ່ຜ່ານມາ ແມ່ນຍັງຢູ່ໃນສະພາບທີ່ມີຄວາມສ່ຽງ ຍ້ອນວ່າອັດຕາການຮັບວັກຊີນ ຍັງບໍ່ທັນເຖິງລະດັບຄາດໝາຍຖ້າທຽບໃສ່ໂຕເລກກ່ອນການແຜ່ລະບາດ.” ທ່ານຍັງໄດ້ກ່າວຕື່ມອີກວ່າ “ຍ້ອນການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ, ພວກເຮົາກຳລັງດໍາເນີນວຽກງານນີ້ ດ້ວຍການນຳໃຊ້ວິທີການປະດິດສ້າງໃໝ່ ເພື່ອນຳເອົາວັກຊີນໄປໃຫ້ເດັກນ້ອຍ ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍ່ຕາມ ແລະໃຫ້ເຂົາເຈົ້າໄດ້ວັກຊີນທີ່ຢູ່ໃນສະພາບທີ່ປອດໄພ. ພວກເຮົາຈະເລັ່ງລັດ ວຽກງານສັກຢາກັນພະຍາດ ຮອບປົກກະຕິ ແລະ ຂະຫຍາຍການສັກວັກຊີນໂຄວິດ-19 ໃຫ້ເຂົ້າເຖິງເຂດທີ່ຫ່າງໄກສອກຫລີກທີ່ສຸດ.”

ຄະນະນຳຂັ້ນສູງ ຈາກກະຊວງສາທາລະນະສຸກ, ລັດຖະບານຍີ່ປຸ່ນ, ອົງການອະນາໄມໂລກ ແລະ ອົງການຢູນິເຊບ ກຳລັງຢ້ຽມຢາມ 4 ແຂວງພາກໃຕ້ຄື: ສາລະວັນ, ເຊກອງ, ອັດຕະປື ແລະ ຈໍາປາສັກ ແຕ່ວັນທີ່ 3 ຫາ 10 ມັງກອນ 2023. ຄະນະນຳ ໄດ້ລົງຢ້ຽມຢາມໂຮງໝໍແຂວງ ແລະ ໂຮງໝໍເມືອງ ໃນບາງເມືອງທີ່ຫຍຸ້ງຍາກ ເພື່ອສຶກສາຮັບຮູ້ເຂົ້າໃຈຂໍ້ບົກຜ່ອງ ແລະ ສິ່ງທ້າທາຍໃນການໃຫ້ບໍລິການ ແລະ ຕິດຕາມຄວາມຄືບໜ້າຂອງວຽກງານການສັກວັກຊີນປ້ອງກັນພະຍາດໂຄວິດ-19.