ທ່ອງທ່ຽວລາວກຽມຕ້ອນຮັບພີ່ນ້ອງຈີນ ຫຼັງປະກາດເປີດດ່ານ 8 ມັງກອນເປັນຕົ້ນໄປ

118

ສປ ຈີນເປັນປະເທດທີ່ມີພົນລະເມືອງຫຼາຍເຖິງ 1,45 ຕື້ຄົນ ເຊິ່ງມີກຳລັງຊື້ຫຼາຍ ຄວາມສາມາດໃຊ້ຈ່າຍສູງ ແລະປະເທດນີ້ເອງນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ລັດຖະບານແມ່ນໄດ້ດຳເນີນນະໂຍບາຍໂຄວິດເປັນສູນມາຕະຫຼອດ ແຕ່ດ້ວຍສະພາບການຕົວຈີງຂອງໂຄວິດທີ່ຈາງລົງບວກກັບໄລຍະເວລາປິດປະເທດດົນ ເຮັດໃຫ້ລັດຕ້ອງທົບທວນນະໂຍບາຍໃໝ່ໃຫ້ເປັນໄປຕາມບັນດາປະເທດໃນພາກພື້ນ ແລະສາກົນ.

May be an image of 6 people, child, people sitting and people standing
ຕາມລາຍງານ ນັບແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ ສປ ຈີນແມ່ນເປີດປະເທດ ເປີດດ່ານຮ່ວມກັບບັນດາປະເທດ ແລະແນ່ນອນພີ່ນ້ອງຊາວຈີນພາຍຫຼັງພັກກັກຕົວຢູ່ພາຍໃນປະເທດມາຍາວນານກໍ່ຕ້ອງຢາກອອກໄປທ່ອງທ່ຽວຢູ່ຕ່າງປະເທດ ເຊິ່ງ ສປປ ລາວເຮົາແມ່ນປະເທດທີ່ມີຊາຍແດນຕິດຈອດກັນ ທີ່ສຳຄັນມີເສັ້ນທາງລົດໄຟລາວ-ຈີນທີ່ສາມາດໄປ-ມາໄດ້ສະດວກສະບາຍຫຼາຍແລ້ວຖ້າທຽບໃສ່ເມື່ອກ່ອນ ດັ່ງນັ້ນ ການເປີດປະເທດ ຂອງ ສປ ຈີນ ກໍ່ໝາຍເຖິງສັນຍານທີ່ດີໃນການຟື້ນຟູເສດຖະກິດຂອງປະເທດເຮົາ ແລະພາກສ່ວນການທ່ອງທ່ຽວຈົ່ງກຽມພ້ອມເປັນເຈົ້າພາບທີ່ດີໃນການຕ້ອນຮັບຂັບສູ່.

May be an image of train and outdoors

ອີງຕາມແຈ້ງການຂອງແຂວງຫຼວງນໍ້າທາ ລະບຸວ່າ: ອີງຕາມຫ້ອງການພົວພັນຕ່າງປະເທດ ກິ່ງແຂວງສິບສອງພັນນາ ສປ ຈີນ ອໍານາດການປົກຄອງແຂວງຢຸນນານ ໄດ້ປັບປຸງນະໂຍບາຍຜ່ອນຜັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ດ່ານສາກົນບໍ່ຫານຈະໄດ້ເປີດເປັນທາງການໃຫ້ການເຂົ້າ-ອອກຂອງຄົນ (ລວມທັງປະຊາຊົນເຂດຊາຍແດນ) ເລີ່ມແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ.

May be an image of road and text
ຊ່ອງ CNBC ຂອງອາເມຣິກາຄາດຄະເນວ່າ: ຈະເກີດມີກະແສບໍລິໂພກຄັ້ງໃໝ່ໃນຈີນ, ເມື່ອສະພາບການເສດຖະກິດໂລກໄດ້ມາເຖິງທາງແຍກທີ່ສໍາຄັນ, ການຟື້ນຟູ ແລະ ການ ພັດທະນາເສດຖະກິດຈີນ ຈະມີຜົນປະໂຫຍດຢ່າງຫຼວງຫຼາຍຕໍ່ກັບໂລກ.

May be an image of 9 people and people standing