ຄົນມັກອ່ານທັງຫຼາຍ ກຽມພົບກັບງານບຸນມະໂຫລານກອງປື້ມໃຫຍ່ ຄັ້ງທີ III ໄວໆນີ້

98

ສໍານັກພິມດີບຸກໄດ້ກຽມຈັດງານ “ບຸນມະໂຫລານກອງປຶ້ມໃຫຍ່ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ III” ງານນີ້ຈະລວມເອົາປຶ້ມລາວທຸກປະເພດໃນຂອບເຂດທົ່ວປະເທດມາໄວ້ໃນບ່ອນດຽວໃຫ້ຫຼາຍທີ່ສຸດ ເພື່ອເປັນເວທີໃຫ້ນັກຂຽນໄດ້ເຜີຍແຜ່ ແລະ ໂຄສະນາຜົນງານ ທັງເປັນການສົ່ງເສີມການອ່ານສູ່ສັງຄົມລາວໃຫ້ນັບມື້ນັບຫຼາຍຂຶ້ນ ດໍາເນີນໄປພາຍໃຕ້ຄໍາຂວັນທີ່ວ່າ “ອ່ານຫຼາຍຮູ້ຫຼາຍ ນໍາໃຊ້ໃຫ້ເກີດຜົນ”. ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 8-13 ມີນາ 2023 ເວລາ 8:00-17:00 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວຊັ້ນ1-2.

May be an image of 2 people
ທ່ານ ສົມໝາຍ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກ ໃຫ້ສໍາພາດວ່າ: ງານບຸນມະໂຫລານກອງປື້ມໃຫຍ່ ຫຼື Book Festival III 2023 ປີນີ້ ຈະຈັດໃຫ້ຍິ່ງໃຫຍ່ກວ່າທຸກປີທີ່ຜ່ານມາ ໂດຍຈະລວມປຶ້ມລາວທຸກປະເພດໃນຂອບເຂດທົ່ວປະເທດມາໄວ້ໃນບ່ອນດຽວໃຫ້ຫຼາຍທີ່ສຸດ ພາຍຫຼັງເຫັນວ່າການຈັດງານຄັ້ງຜ່ານມາໄດ້ຮັບການຕອບຮັບເປັນຢ່າງດີຈາກພີ່ນ້ອງຊາວລາວຜູ້ມັກອ່ານທັງຫຼາຍ.

May be an image of 1 person

ສຳລັບ ປີ 2023 ນີ້ຄາດວ່າຈະມີຜູ້ເຂົ້າຮ່ວມບໍ່ຕໍ່າກວ່າ 1 ໝື່ນຄົນ ມີບູດວາງສະແດງຫຼາຍກວ່າ 40 ບູດ ເປົ້າໝາຍຜູ້ເຂົ້າຊົມກໍຄືບັນດານັກຮຽນນັກສຶກສາຈາກໂຮງຮຽນອ້ອມຂ້າງ ແລະ ຈາກມະຫາວິທະຍາໄລທັງ 13 ຄະນະວິຊາທົ່ວ ມ.ຊ ລວມທັງພໍ່ແມ່ປະຊາຊົນ,ຄູອາຈານ, ນັກອ່ານ, ນັກຂຽນ, ສື່ມວນຊົນ ແລະ ປະຊາຊົນຜູ້ທີ່ສົນໃຈທົ່ວໄປ.

May be an image of 6 people, people standing and indoor
ຈຸດປະສົງຂອງການຈັດງານກໍເພື່ອເປັນການຜັນຂະຫຍາຍແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວຮອດປີ 2025 ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ບັນລຸຕາມເປົ້າໝາຍຕາມຍຸດທະສາດການອະນຸລັກ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງຊາດໃຫ້ທົ່ວປວງຊົນໃນວຽກງານສົ່ງເສີມການອ່ານໃຫ້ໄດ້ 2/3 ຂອງປະຊາກອນທັງໝົດພາຍໃນປີ 2025 ແລະ ຍັງເປັນການສົ່ງເສີມໃຫ້ມີນັກອ່ານຫຼາຍຂຶ້ນ, ມີນັກຂຽນເພີ່ມຂຶ້ນ, ເພີ່ມຊ່ອງທາງໃນການເຂົ້າເຖິງປຶ້ມອ່ານໃຫ້ສັງຄົມແຫ່ງການຮຽນຮູ້ຕະຫຼອດຊີວິດ ແລະ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງທຽບເທົ່າກັບສາກົນ ທັງເປັນການສະເຫຼີມສະຫຼອງ ວັນປຶ້ມອ່ານໂລກ (World Book Day) 2 ມີນາ ຄົບຮອບ 28 ປີ, ວັນແມ່ຍິງສາກົນ (International Women’s Day) 8 ມີນາ ຄົບຮອບ 113 ປີ ແລະ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 68 ປີທີ່ຈະມາເຖິງນີ້.

May be an image of 1 person
ພາຍໃນງານປະກອບມີກິດຈະກໍາຫຼາຍຢ່າງ ສໍາລັບກິດຈະກໍາຫຼັກມີການເສວະນາ,ບັນຍາຍ, ເປີດໂຕປື້ມໃໝ່, ອ່ານກະວີ, ລີວິວປື້ມ, ກິດຈະກໍາສົ່ງເສີມການອ່ານ, ການວ່າງສະແດງຜົນງານ ແລະ ການຈໍາໜ່າຍປື້ມຕ່າງໆ. ສ່ວນກິດຈະກໍາເສີມຈະມີການສະແດງສິລະປະວັນນະຄະດີ, ໂຕ້ວາທີ, ສາຍຮູບເງົາ(ຊັ້ນ2), ກິດຈະກໍາແຈກຂອງລາງວັນ, ຮັບບໍລິຈາກປື້ມ, ຂາຍອາຫານ ແລະ ເຄື່ອງດື່ມຕ່າງໆ. ພິເສດຈະມີການຮັບບໍລິຈາກປື້ມເຂົ້າໃນກອງປັນຍາສາມັກຄີທີ່ຮວບຮວມປື້ມໄປເຂົ້າຫໍສະໝຸດທີ່ຂາດເຂີນປື້ມອ່ານ ແລະ ມອບເຂົ້າສະມາຄົມຮ່ວມໃຈເດັກນ້ອຍລາວເປັນອົງກອນຊ່ວຍເຫຼືອດ້ານການອ່ານການສຶກສາ ເຊິ່ງປັດຈຸບັນມີຫ້ອງນັ່ງອ່ານທົ່ວປະເທດລາວ 333 ແຫ່ງ ສະນັ້ນ ຈິ່ງຕ້ອງການປື້ມຈໍານວນຫຼາຍເພື່ອໄປສະໜອງໃຫ້ແກ່ຜູ້ທີ່ຍັງຂາດເຂີນ.

ຂໍ້ມູນຈາກ: ສໍານັກພິມດີບຸກ