9 ມັງກອນນີ້ກຽມໄປຊື້ ພັນທະບັດທະນາຄານແຫ່ງ ສປປ ລາວ

228

ຫ້ອງການ ທະນາຄານແຫ່ງ ສປປ ລາວ ມີແຈ້ງການອອກມາແລ້ວ ຈະອອກຈຳໜ່າຍພັນທະບັດງວດໃໝ່ ໃນວັນຈັນ ທີ 9 ມັງກອນ 2023 ທີ່ຈະມາເຖິງນີ້ເປັນງວດທີ2 ພາຍຫຼັງທີ່ໄດ້ ນຳງວດທີ1 ອອກຈຳໜ່າຍໄປ ເມື່ອວັນທີ 15 ມິຖຸນາ 2022 ຜ່ານມາໃນວົງ ເງິນ 5.000 ຕື້ກີບ ດອກເບ້ຍ 20% ຕໍ່ປີ ໂດຍມີຈຸດປະສົງເພື່ອຈັດຕັ້ງ ປະຕິບັດນະໂຍບາຍເງິນຕາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ.

No photo description available.

ຜ່ານການຈັດຕັ້ງ ປະຕິບັດ ເຫັນວ່າ ໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍການປະກອບສ່ວນເຂົ້າຊື້ພັນທະບັດ ທຫລ ເປັນຢ່າງດີ ຊຶ່ງ ໄດ້ຊ່ວຍເຮັດໃຫ້ສະພາບທາງດ້ານການເງິນ-ເງິນຕາ ພາຍໃນປະເທດ ມີທ່າອ່ຽງດີຂຶ້ນເທື່ອລະກ້າວ. ຮອດທ້າຍປີ 2022 ພັນທະບັດບ້ວງດັ່ງກ່າວ ກໍ່ເລີ່ມຄົບກໍານົດອາຍຸໄຖ່ຖອນ ແລະ ທາງ ທຫລ ກໍ່ໄດ້ມີການຊໍາລະຕົ້ນທຶນ ແລະ ດອກເບ້ຍຄືນໃຫ້ແກ່ຜູ້ທີ່ຖືຄອງພັນທະບັດ ໂດຍຜ່ານທະນາຄານທຸລະກິດທີ່ເປັນຕົວແທນຈໍາຫນ່າຍ ຄົບຖ້ວນຕາມ ຈໍານວນ ແລະ ຕາມກໍານົດເວລາຂອງການໄຖຖອນພັນທະບັດແລ້ວ.

No photo description available.
ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ບົນພື້ນຖານໃຫ້ບັນລຸໄດ້ຄາດຫມາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືວາລະ ແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ສະນັ້ນ, ໃນວັນທີ 09 ມັງກອນ 2023 ເປັນຕົ້ນໄປ ທະນາຄານແຫ່ງ ສປປ ລາວ ຈະໄດ້ມີການສືບຕໍ່ອອກຈໍາຫນ່າຍພັນທະບັດ ທຫລ ສະກຸນເງິນ ກີບ ງວດທີ 2 ໃນວົງເງິນຈໍາຫນ່າຍ 1.000 ຕື້ກີບ (ຫນຶ່ງພັນຕື້ກີບ).

No photo description available.

ໂດຍຈະຈໍາຫນ່າຍຜ່ານທະນາຄານ ທຸລະກິດ 7 ແຫ່ງ ທີ່ເປັນຕົວແທນຈໍາຫນ່າຍ ດັ່ງລຸ່ມນີ້:
I) ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ; 2) ທະນາຄານ ພັດທະນາລາວ ຈໍາກັດ;
3) ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ;
4) ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈໍາກັດ;
5) ທະນາຄານ ຮ່ວມພັດທະນາ,
6). ທະນາຄານ ອຸດສະຫະກໍາ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງ (ໄອຊີບີຊີ);
7) ທະນາຄານ ບີໄອຊີ ລາວ ຈໍາກັດ.

No photo description available.
❖ ພັນທະບັດ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 2 ທີ່ອອກຈໍາຫນ່າຍ ມີຄຸນລັກສະນະຕົ້ນຕໍດັ່ງນີ້:
ວົງເງິນຈໍາຫນ່າຍ 1.000.000.000.000 ກີບ (ຫນຶ່ງພັນຕື້ກີບ); ອາຍຸພັນທະບັດ 06 ເດືອນ ບໍ່ສາມາດປ່ຽນໄດ້; ອັດຕາດອກເບ້ຍ 20% ຕໍ່ປີ ຊໍາລະຕົ້ນທຶນ ແລະ ດອກເບ້ຍຄັ້ງດຽວ ເມື່ອຄົບກໍານົດໄຖ່ຖອນພັນທະບັດ; ເປັນພັນທະບັດຮູບແບບເອເລັກໂຕຣນິກ ບໍ່ມີໃບພັນທະບັດເປັນເຈ້ຍ ແຕ່ຈະມີການອອກຫນັງສືຢັ້ງຢືນ ການຖືຄອງພັນທະບັດ ຫຼື ເອີ້ນວ່າ “BOL Bill Certificate” ຈາກທະນາຄານທຸລະກິດທີ່ເປັນຕົວແທນ ຈໍາຫນ່າຍໃຫ້ແກ່ເຈົ້າຂອງພັນທະບັດ.

No photo description available.
ຜູ້ທີ່ມີເງື່ອນໄຂໃນການຊື້ພັນທະບັດແມ່ນ ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ ນັບແຕ່ 01 ປີ ຂຶ້ນໄປ, ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບເງິນຝາກ;
ມູນຄ່າຈໍາຫນ່າຍພັນທະບັດຕໍ່າສຸດແມ່ນ 100.000 ກີບ (ຫນຶ່ງແສນກີບ); ໃນນັ້ນ, ບຸກຄົນ ສາມາດຊື້ໄດ້ ສຸງສຸດ ບໍ່ເກີນ 2.000.000.000 (ສອງຕື້ກີບ) ແລະ ນິຕິບຸກຄົນ ສາມາດຊື້ໄດ້ສູງສຸດ ບໍ່ເກີນ 10.000.000.000 (ກີບ);
ສະນັ້ນ, ບັນດາທ່ານຜູ້ທີ່ມີຄວາມສົນໃຈຊື້ພັນທະບັດ ທຫລ ສະກຸນເງິນກີບ ງວດທີ 2 ແມ່ນສາມາດເຂົ້າ ໄປພົວພັນກັບທະນາຄານທຸລະກິດທີ່ເປັນຕົວແທນຈໍາຫນ່າຍ ນັບແຕ່ວັນທີ່ເລີ່ມຈໍາຫນ່າຍ ເປັນຕົ້ນໄປ.
No photo description available.

ເນື້ອໃນແຈ້ງການ

No photo description available.