ຜູ້ປູກມັນຕົ້ນຢູ່ແຂວງວຽງຈັນຫາຍຫ່ວງ ໂຮງງານໃຫຍ່ກຳລັງເກີດຂຶ້ນ

214

ກະສິກຳເປັນຂະແໜງການສຳຄັນຂອງປະເທດເຮົາໃນການສ້າງລາຍຮັບໃຫ້ປະຊາຊົນຈຳນວນຫຼວງຫຼາຍ ເວົ້າສະເພາະການປູກມັນຕົ້ນຖືເປັນຂະບວນການທີ່ຂ້ອນຂ້າງມາແຮງ ແລະໃຊ້ເວລາບໍ່ດົນກໍ່ສາມາດເກັບກ່ຽວໄດ້ ຕາມລາຍງານຂ່າວຫຼ້າສຸດ ໄດ້ມີພິທີເຊັນສັນຍາລົງທຶນສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນສຳເລັດຮູບ ທີ່ມີກຳລັງການຜະລິດຂະໜາດ 50.000ໂຕນຕໍ່ປີຢູ່ແຂວງວຽງຈັນແລ້ວ ອີກບໍດົນກໍ່ຈະກາຍເປັນຕະຫຼາດຮັບຊື້ມັນຕົ້ນຈາກພີ່ນ້ອງຊາວລາວ.

May be an image of 1 person and outdoors

ພິທີຈັດຂຶ້ນວັນທີ 5 ມັງກອນ 2023 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ຮ່ວມລົງນາມຂອງທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ແລະ ທ່ານ ສົມຊາຍ ດວງຈະເລີນ ຜູ້ອຳນວຍການບໍລິສັດ ແອວເອັສ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ມີການນໍາແຂວງ ຕາງໜ້າຈາກພະແນກການ ບໍລິສັດ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 16 คน และ ผู้คนกำลังยืน
ການເຊັນສັນຍາສໍາປະທານລົງທຶນສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ຢູ່ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ແມ່ນມີຄວາມໝາຍ ຄວາມສຳຄັນເປັນຢ່າງຍິ່ງ ໃນການຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ ເພື່ອພັດທະນາເສດຖະກິດຂອງ ສປປ ລາວ ກໍຄືແຂວງວຽງຈັນ ໂດຍການຫັນເອົາການຜະລິດກະສິກຳເຂົ້າສູ່ການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຍັງ ສປ ຈີນ ເຊິ່ງເປັນຕະຫຼາດທີ່ມີຄວາມຕ້ອງການສູງທາງດ້ານສະບຽງອາຫານ.

อาจเป็นรูปภาพของ 1 คน และ กำลังยืน

ພ້ອມນີ້ ກໍຈະເປັນການສ້າງວຽກເຮັດງານທຳ ແລະ ກໍຈະເປັນການສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ເປັນການນຳເອົາເງິນຕາຕ່າງປະເທດເຂົ້າມາເຮັດໃຫ້ເສດຖະກິດມີຄວາມໝັ້ນຄົງຂຶ້ນເທື່ອລະກ້າວ.

อาจเป็นรูปภาพของ 7 คน และ ผู้คนกำลังยืน