ອິຕາລີ ສ່ຽງອາດເກີດວິກິດໜີ້ຫຼາຍທີ່ສຸດໃນເອີໂຣໂຊນ

48

ເວັບໄຊ financial time ໄດ້ສຳຫຼວດນັກເສດຖະສາດ ລະບຸວ່າ: ນັກເສດຖະສາດສ່ວນໃຫຍ່ເປັນຫ່ວງ ອິຕາລີ ເຊິ່ງເປັນປະເທດຢູ່ໃນເຂດເອີໂຣໂຊນ ມີ ຄວາມອ່ອນໄຫວຕໍ່ການເກີດວິກິດໜີ້ສິນຫຼາຍທີ່ສຸດ ເມື່ອທະນາຄານກາງສະຫະພາບເອີຣົບປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ແລະ ຫຼຸດການຊື້ພັນທະບັດໃນຕໍ່ໜ້ານີ້. ໂດຍນັກເສດຖະສາດ 9 ໃນ 10 ຄົນ ລະບຸວ່າ ອິຕາລີ ມີ ຄວາມສ່ຽງທີ່ອາດຈະເທຂາຍພັນທະບັດຫຼາຍທີ່ສຸດ.

May be an image of 3 people, people standing and outdoors

ທັງນີ້, ລັດຖະບານ ອິຕາລີ ພາຍໃຕ້ການນຳຂອງ ທ່ານ ນາງ Giorgia Meloni ໄດ້ພະຍາຍາມຮັກສາວິໄນທາງການເງິນຢ່າງເຂັ້ມງວດ ໂດຍປັບຫຼຸດງົບປະມານຂາດດຸນລົງ ຈາກ 5,6% ຂອງ GDP ໃນປີ 2022 ມາຢູ່ທີ່ 4,5% ໃນປີ 2023 ແລະ ຫຼຸດລົງເຫຼືອ 3% ຂອງ ຈີດີພີ ໃນປີ 2024, ໃນຂະນະທີ່ໜີ້ສາທາລະນະຂອງອິຕາລີ ຢູ່ໃນລະດັບສູງຢູ່ທີ່ລະດັບ 145% ຂອງ ຈີດີພີ, ສູງທີ່ສຸດໃນເອີໂຣໂຊນ.

ຫົວໜ້ານັກເສດຖະສາດຂອງທະນາຄານຢູນີເຄຣດິດ ຂອງອິຕາລີ ກ່າວວ່າ: ຄວາມຕ້ອງການ “ ປັບໂຄງສ້າງໜີ້ເພີ່ມຂຶ້ນ ແລະ ສະຖານະການການເມືອງມີທ່າອ່ຽງຜັນຜວນ ” ເຮັດໃຫ້ອິຕາລີເທຂາຍພັນທະບັດຫຼາຍທີ່ສຸດ.

No photo description available.

ທັງນີ້, ດອກເບ້ຍຂອງອິຕາລີ ເພີ່ມຂຶ້ນຢ່າງໄວວາ ນັບແຕ່ທະນາຄານກາງສະຫະພາບເອີຣົບ ( ECB ) ເລີ່ມປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ເມື່ອລະດູຮ້ອນຜ່ານມາ ເຮັດໃຫ້ຜົນຕອບແທນພັນທະບັດ 10 ປີ ປັບຂຶ້ນມາຢູ່ທີ່ 4,6% ເມື່ອທ້າຍປີ 2022 ຜ່ານມາ, ເໜືອກວ່າຜົນຕອບແທນພັນທະບັດຂອງເຢຍລະມັນ 2,1%.