ບຸນຊ້າງ ໄຊຍະບູລີຈະກັບມາອີກ ປີນີ້ຈັດໃຫຍ່ສົມການຄອງຄອຍ

179

ງານບຸນຊ້າງເປັນປາງບຸນທີ່ຍິ່ງໃຫຍ່ຂອງແຂວງໄຊຍະບູລີ ແຂວງທີ່ຍັງມີຈຳນວນປະຊາກອນຊ້າງຫຼາຍ ເຊິ່ງຫຼາຍປີມານີ້ແມ່ນໄດ້ງົດການຈັດງານບຸນໄປຍ້ອນການລະບາດຂອງພະຍາດໂຄວິດ-19 ແຕ່ປີນີ້ພາດບໍໄດ້ແລ້ວ ແລະຈະຈັດໃຫຍ່ຍິ່ງໃຫຍ່ໃຫ້ສົມການລໍຄອຍມາຍາວນານລະຫວ່າງພັກໂຄວິດ.

May be an image of 4 people, people standing and outdoors

ງານບຸນຊ້າງ ແຂວງໄຊຍະບູລີ  ປີນີ້ແມ່ນຈະຈັດຍາວເປັນເວລາໜຶ່ງອາທິດລວດໃນກຸມພາ 2023ທີ່ຈະມາເຖິງນີ້ທີ່ເທດສະບານແຂວງໄຊຍະບູລີ ເພື່ອເປັນການສົ່ງເສີມ, ການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາດລາວ.

May be an image of 5 people, people standing, elephant and outdoors
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2023ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມືອບໍ່ດົນຜ່ານມາ ກ່ຽວກັບການຈັດງານມະຫະກໍາບຸນຊ້າງໄຊຍະບູລີປະຈຳປີ 2023 ວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກເໜືອຂອງ ສປປ ລາວ, ມີເສັ້ນທາງຄົມມະນາຄົມທີ່ສະດວກໃນການເຊື່ອມຕໍ່ກັບບັນດາແຂວງຕ່າງໆ ແລະ ສາມາດເຊື່ອມຕໍ່ກັບປະເທດໃກ້ຄຽງ ແລະ ອະນຸພາກພື້ນທີ່ສໍາຄັນຫຼາຍເສັ້ນທາງ; ມີປ່າສະຫງວນແຫ່ງຊາດທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ເປັນແຂວງດຽວທີ່ມີປະຊາກອນຊ້າງຫຼາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໆໃນ ສປປ ລາວ.

May be an image of 1 person, sitting and standing

ດ້ວຍເຫດນີ້ ເພື່ອເປັນການອະນຸລັກ,ຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມແລະວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ອະດີດຕະການໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວເຮົາເວົ້າລວມ, ເວົ້າສະເພາະປະຊາຊົນຊາວແຂວງໄຊຍະບູລີຈຶ່ງໄດ້ພ້ອມພຽງກັນຈັດງານບຸນດັ່ງກ່າວຂຶ້ນໃນແຕ່ລະປີ.

May be an image of 11 people, people standing, elephant and outdoors
ທ່ານຮອງເຈົ້າແຂວງໄຊຍະບູລີກ່າວຕື່ມວ່າ: ການຈັດງານມະຫະກໍາບຸນຊ້າງໄຊຍະບູລີ ປະຈຳປີ 2023 ນີ້ ແມ່ນເປັນຄັ້ງທີXVIຊຶ່ງປີນີ້ຈະໄດ້ຈັດຢ່າງຍິ່ງໃຫຍ່ປະກອບມີຫຼາຍກິດຈະກຳເພື່ອໃຫ້ຜູ້ທີ່ໄດ້ມາທ່ຽວ,ມາຊົມໄດ້ສໍາຜັດ, ຮ່ວມມ່ວນຊື່ນ ແລະ ຮ່ວມເຮັດກິດຈະກຳທາງສາສະໜາຄື: ມີການວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງທີ່ເປັນເອກະລັກຂອງທ້ອງຖິ່ນພາຍໃນແຂວງ, ຕ່າງແຂວງ ແລະ ສິນຄ້າຕ່າງໆຈາກປະເທດໃກ້ຄຽງຊຶ່ງງານບຸນດັ່ງກ່າວຈະເລີ່ມເປີດໃຫ້ບໍລິການຜູ້ເຂົ້າມາທ່ຽວແຕ່ວັນທີ 13 ກຸມພາ 2023, ສໍາລັບວັນທີ 15-16 ກຸມພາ ຈະເປັນພິທີຊ້ອມໃຫຍ່ ແລະ ວັນທີ 17 ກຸມພາ ຄະນະຮັບຜິດຊອບຈັດງານບຸນຈະໄດ້ຈັດພິທີເຮັດບຸນຕັກບາດອຸທິດກຸສົນໃຫ້ຊ້າງ.

May be an image of 3 people, people standing, elephant and outdoors

ສຳລັບພິທີເປີດງານບຸນເປັນທາງການແມ່ນໃນລະຫວ່າງວັນທີ 18- 20 ກຸມພາ 2023ໂດຍມີຊ້າງເຂົ້າຮ່ວມທັງໝົດຈໍານວນ 75 ໂຕ ແລະ ກິດຈະກໍາຫຼັກຂອງການຈັດງານດັ່ງກ່າວແມ່ນຈະເນັ້ນກິດຈະກຳທີ່ຫຼາກຫຼາຍຕິດພັນກັບຊ້າງແລະການອະນຸລັກຊ້າງໂດຍສະເພາະການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ, ການໃຫ້ອາຫານຊ້າງ, ຂີ່ຊ້າງຊົມເມືອງແລະຂະບວນການສະແດງສິລະປະວັນນະຄະດີຂອງມວນຊົນແລະການສະແດງຂອງ 8 ເຜົ່າ, ກິລາໂດດຈ້ອງຂອງກອງພັນທະຫານອາກາດ.

No photo description available.

ພ້ອມກັນນີ້,ໃນແຕ່ລະວັນໄລຍະການຈັດງານບຸນຈະຈັດໃຫ້ມີກິດຈະກໍາທ່ອງທ່ຽວແຫຼ່ງທຳມະຊາດທີ່ສວຍງາມ ແລະ ບ່ອນພັກແບບໂຮມສະເຕທີ່ສຳຜັດກັບບັນຍາກາດທໍາມະຊາດ, ການສະແດງວັດທະນະທໍາຂອງ 8 ເຜົ່າທີ່ເປັນເອກະລັກຂອງຊາວແຂວງໄຊຍະບູລີ ແລະ ໃນແຕ່ລະຄືນຈະມີການຄົບງັນ,ການສະແດງຄອນເສີດແລະ ສິລະປະວັນນະຄະດີຈາກພາກສ່ວນຕ່າງໆ ແລະ ອື່ນໆ.