ທ່ານຫຼີເຄີ້ສຽງ ສົ່ງສານຊົມເຊີຍເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

106

ວັນທີ 3 ມັງກອນນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນໄດ້ສົ່ງສານເຖິງທ່ານສອນໄຊ ສີພັນດອນ ເພື່ອຊົມເຊີຍທ່ານທີ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີສປປ ລາວ ຄົນໃໝ່.

No photo description available.

ເນື້ອໃນສານຊົມເຊີຍຂອງທ່ານຫຼີເຄີ້ສຽງລະບຸວ່າ: ຈີນ ແລະ ລາວເປັນປະເທດບ້ານໃກ້ເຮືອນຄຽງທີ່ດີທີ່ມີພູຜາແມ່ນ້ຳຕິດຈອດກັນ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ກັບສອງປະເທດ ແລະ ປະຊາຊົນສອງຊາດ.

May be an image of 1 person

ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ລາວ, ຍິນດີຮ່ວມກັບຝ່າຍລາວສຸມຄວາມພະຍາຍາມ, ເພີ່ມທະວີການເຊື່ອມສານຍຸດທະສາດການພັດທະນາ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ຮັບໝາກຜົນທີ່ອຸດົມສົມບູນຫຼາຍກວ່າເກົ່າ.

May be an image of text

ຂ່າວຈາກ CRI