ໄປຕາມນັດ ຫວຽດນາມ ພົບ ຮອງແຊັມເກົ່າ, ມາເລເຊຍ ພົບ ແຊັມເກົ່າ ບານເຕະຊີງແຊັມອາຊຽນ

51

ການແຂ່ງຂັນບານເຕະຊີງແຊັມອາຊຽນລາຍການ AFF Mitsubishi electric Cup 2022 ໄດ້ຄົບ 4 ທີມສຸດທ້າຍເປັນທີ່ຮຽບຮ້ອຍ ເຊິ່ງກໍເປັນໄປຕາມຄາດເມື່ອ ທີມຊາດຫວຽດນາມ ກັບ ມາເລເຊຍ ຕົວແທນຈາກກຸ່ມ B ກອດຄໍກັນເຂົ້າຮອບຮອງຊະນະເລີດ ( ຮອບ 4 ທີມສຸດທ້າຍ ) ກຽມວັດຄົມ 2 ທີມຈາກກຸ່ມ A ຢ່າງແຊັມເກົ່າ ໄທ ແລະ ຮອງແຊັມເກົ່າ ອິນໂດເນເຊຍ.

ໂດຍຮອບ 4 ທີມສຸດທ້າຍຈະຍັງໃຊ້ກົດແຂ່ງຂັນແບບໃນບ້ານ ແລະ ນອກບ້ານຄືກັບ ປີທີ່ຜ່ານມາຄື:
-ອິນໂດເນເຊຍ ອັນດັບ 2 ຂອງກຸ່ມ A ພົບກັບ ຫວຽດນາມ ອັດນັບ 1 ກຸ່ມ B ໂດຍນັດທໍາອິດແຂ່ງຂັນທີ່ບ້ານຂອງ ອິນໂດເນເຊຍ ກ່ອນໃນວັນທີ 6 ມັງກອນ 2023 ເວລາ 19:30 ໂມງ, ສ່ວນ ນັດທີ 2 ຈະກັບມາແຂ່ງຂັນໃນບ້ານຂອງ ຫວຽດນາມ ໃນວັນທີ 9 ມັງກອນ 2023 ເວລາ 19:30 ໂມງ.

-ມາເລເຊຍ ອັດນັບ 2 ຂອງກຸ່ມ B ພົບກັບ ໄທ ອັນດັບ 1 ກຸ່ມ A ໂດຍຈະແຂ່ງຂັນໃນບ້ານຂອງ ມາເລເຊຍ ກ່ອນໃນວັນທີ 7 ມັງກອນ 2023 ເວລາ 20:30 ໂມງ, ສ່ວນ ນັດທີ 2 ຈະກັບມາແຂ່ງຂັນທີ່ ໄທ ໃນວັນທີ 10 ມັງກອນ 2023 ເວລາ 19:30 ໂມງ.
ຂ່າວ: Larh Creators