ອິນໂດເນເຊຍ ອະນຸມັດໂຄງການພັດທະນາແກ໊ສທຳມະຊາດ ເຂດທະເລຈີນໃຕ້

77

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 3 ມັງກອນ 2023 ວ່າ: SKK Migas ຂອງສຳນັກງານກວດສອບດ້ານນ້ຳມັນ ແລະ ແກ໊ສທຳມະຊາດ ອິນໂດເນເຊຍ ໄດ້ອະນຸມັດໂຄງການພັດທະນາແຫຼ່ງແກ໊ສທຳມະຊາດ ໃນເຂດເກາະ “ ທູນາ ” ຕັ້ງຢູ່ເຂດທະເລຈີນໃຕ້ ( ລະຫວ່າງອິນໂດເນເຊຍ ກັບ ຫວຽດນາມ ).

No photo description available.

ໂຄງການດັ່ງກ່າວ ມີມູນຄ່າການລົງທຶນທັງໝົດ 3.070 ລ້ານໂດລາສະຫະລັດ ໂດຍຈະໃຫ້ເລີ່ມສົ່ງແກ໊ສໄປຍັງຫວຽດນາມ ໃນປີ 2026 ແລະ ໃນປີ 2027 ຄາດວ່າຈະສາມາດຜະລິດແກ໊ສໄດ້ປະມານ 115 ລ້ານແມັດກ້ອນ.

May be an image of map