ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຮັບຮອງເອົາມະຕິ 21 ສະບັບ

109

ອີງຕາມການຖະແຫຼ່ງຂ່າວຂອງ ທ່ານ ນາງ ປິງຄໍາ ລາຊະສິມມາ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ທັງເປັນຫົວໜ້າກອງເລຂານຸການຂອງກອງປະຊຸມ ກ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນໃນຕອນເຊົ້າວັນທີ 5 ທັນວາ ແລະ ໄດ້ດໍາເນີນມາເຖິງຕອນບ່າຍວັນທີ 30 ທັນວາ 2022 ໄດ້ຮັບຜົນສໍາເລັດຢ່າງຈົບງາມ ໂດຍໃຊ້ເວລາດໍາເນີນກອງປະຊຸມທັງໝົດ 20 ວັນ. ໃນກອງປະຊຸມຄັ້ງນີ້ ໂດຍການເຂົ້າຮ່ວມຂອງສະມາຊິກສະພາແຫ່ງຊາດ, ມີການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈໍານວນ 21 ສະບັບ ຄື: 1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງລັດຖະບານ ກ່ຽວກັບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປີ 2021; ການຈັດຕັ້ງປະຕິບັດແຜນງົບປະມານປີ 2022 ແລະ ທິດທາງການສ້າງແຜນງົບປະມານແຫ່ງລັດ ປີ 2023, 2) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນການ ປະຈໍາປີ 2023,

3) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021, 4) ມະຕິ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່, 5) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ຂອງອົງການກວດກາແຫ່ງລັດ; ຜົນການກວດກາຕາມຜົນການກວດສອບ ປີ 2020, 6) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023, 7) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023, 8) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023.

9) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025, 10) ມະຕິ ວ່າດ້ວຍການຮັບຮອງເອົາກົດໝາຍ ຈໍານວນ 12 ສະບັບ.ຮ່າງກົດໝາຍສ້າງໃໝ່ 3 ສະບັບ ຄື: 1) ຮ່າງກົດໝາຍວ່າດ້ວຍ ໜັງສືຜ່ານແດນ, 2) ຮ່າງກົດໝາຍວ່າດ້ວຍ ການທາງນໍ້າ, 3) ຮ່າງກົດໝາຍວ່າດ້ວຍ ຫໍພິພິທະພັນ. ກົດໝາຍປັບປຸງ 9 ສະບັບ ຄື: 1) ກົດໝາຍວ່າດ້ວຍ ທະນາຍຄວາມ, 2) ກົດໝາຍວ່າດ້ວຍ ທະບຽນສານ, 3) ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່, 4) ກົດໝາຍວ່າດ້ວຍ ວິສາຫະກິດ, 5) ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ, 6) ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ, 7) ກົດໝາຍວ່າດ້ວຍ ທຸລະກໍາທາງເອເລັກໂຕຣນິກ, 8) ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ, 9) ກົດໝາຍວ່າດ້ວຍ ການກວດກາລັດ.

ພ້ອມດຽວກັນນີ້, ໃນກອງປະຊຸມ ສະພາແຫ່ງຊາດໄດ້ສະເໜີໃຫ້ 19 ພາກສ່ວນ ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ຊຶ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບມີ: ທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ-ການຄ້າ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງກະສິກໍາ-ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງຍຸຕິທຳ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາ ຊົນສູງສຸດ, ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ ແລະ ກະຊວງເຕັກໂນໂລຊີ ແລະການສື່ສານ.