ສາວຕັກບົງກົດ ມາທ່ຽວທັ້ງຄອບຄົວຮັບປີໃໝ່ທີ່ຫຼວງພະບາງ

306

ປີນີ້ເປັນອີກປີທີ່ສາວຕັກບົງກົດ ດາລານັກສະແດງຈາກເມືອງໄທໄດ້ພາຄອບຄົວທ່ຽວຕ່າງຖິ່ນ ແລະເພິ່ນເລືອກເອົາຫຼວງພະບາງເປັນສະຖານທີ່ນັບຖອຍຫຼັງຕ້ອນຮັບປີ 2023 ພ້ອມກັບຄອບຄົວຄື ເຈົ້າສົວບຸນໄຊ ແລະນ້ອງເຂົ້າຫອມ.

May be an image of 1 person, standing and outdoors

ສາວຕັກບອກວ່າ ມາຫລວງພະບາງນອກຈາກບັນຍາກາດດີ ຄົນທີ່ນັ້ນຕ້ອນຮັບຍີ້ມແຍ້ມແຈ່ມໃສແລ້ວອາຫານຍັງແຊບໆ.

May be an image of 2 people, bicycle and outdoors
ຄອບຄົວສາວຕັກມາຊຸດນີ້ລອງຫລາຍເມນູ ທັງເອາະເຫັດ,​ ຕຳໝາກຫຸ່ງ,​ເຂົ້າກ່ຳໜຽວ ແຕ່ອັນທີ່ມັກສຸດຄືສະລ່າຍນ້ຳຂອງເພິ່ນວ່າ ນັ້ນກໍ່ຄື ກໍໄຄແພ່ນນັ້ນລະເພິ່ນຕັ້ງຊື່ໃໝ່ໃຫ້!

May be an image of 1 person, standing and outdoors

ນອກນີ້ຍັງໄດ້ໄປຊີມກາເຟຮ້ານດັງທີ່ຂຶ້ນຊື່ຢູ່ຫຼວງພະບາງນຳ ສາວຕັກເບິ່ງຈາກຄລິບແລ້ວມີຄວາມຫຼົງຮັກຫຼວງພະບາງ ເມືອງອະລິຍະທຳແຫ່ງວັດທະນະທຳແຫ່ງນີ້ແລ້ວ.

May be an image of 3 people, people sitting and indoor

ມາທີ່ນີ້ ນອກຈາກຈະໄດ້ຊີມອາຫານແບບລາວຫຼວງພະບາງແລ້ວຍັງມີອາຫານຝຣັ່ງ ລົດຊາດຖືກໃຈບໍ່ຕ່າງຈາກໄປເມືອງຝຣັ່ງເອງ ສາວຕັກບອກ

May be an image of 7 people, people standing, people sitting and outdoors
ຂໍໃຫ້ທ່ຽວມີຄວາມສຸດເດີ້