ທ່ານນາຍົກລັດຖະມົນຕີ ຄົນໃໝ່ ໃຫ້ຄໍາໝັ້ນຈະອຸທິດເຫື່ອແຮງສະຕິປັນຍາ ເພື່ອສືບຕໍ່ປະຕິບັດໜ້າທີ່ບໍລິຫານ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ

126

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9 ຕອນແລງວັນທີ 30 ທັນວາ 2022, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໄດ້ມີຄຳເຫັນກ່າວຮັບຕໍາແໜ່ງ ຊຶ່ງມີບາງຕອນວ່າ: ນີ້ແມ່ນການມອບໝາຍຄວາມຮັບຜິດຊອບການເມືອງທີ່ມີກຽດສູງສຸດຂອງຕົນ, ທັງເປັນໜ້າທີ່ອັນໜັກໜ່ວງ ແລະ ທ້າທາຍ ທົດສອບໃຫຍ່ຫຼວງ ໃນຖານະເປັນຫົວໜ້າລັດຖະບານ ຊຸດທີ IX ເພື່ອສືບຕໍ່ປະຕິບັດໜ້າທີ່ບໍລິຫານ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ໃຫ້ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມທິດທີ່ພັກປະຊາຊົນປະຕິວັດລາວໄດ້ກຳນົດໄວ້.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ  ກໍໄດ້ໃຫ້ຄໍາໝັ້ນສັນຍາ ແລະ ປະຕິຍານວ່າ: ຢືນຕໍ່ໜ້າຄັນທຸງອັນສະຫງ່າລາສີ ແລະ ສັກກະລາບູຊາ, ຕໍ່ໜ້າການນໍາຂັ້ນສູງພັກ-ລັດ ແລະ ອະດີດການນໍາພັກ-ລັດ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ບັນດາທ່ານແຂກທີ່ມີກຽດ ຂ້າພະເຈົ້າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າກ່ອນເວລາໃດໝົດ, ຮ່ວມກັບສາມາຊິກລັດຖະບານ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ.

ພ້ອມທີ່ຈະອຸທິດເຫື່ອແຮງສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ຈະສັດຊື່ບໍລິສຸດ ເພື່ອຮ່ວມກັບຄະນະນໍາຂອງພັກ-ລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສອງວາລະແຫ່ງຊາດ ແລະ ບັນດາມະຕິຕົກລົງຂອງສະພາແຫ່ງຊາດຊຸດທີ IX ໃຫ້ປະສົບຜົນສໍາເລັດເປັນຢ່າງດີ ໂດຍສະເພາະສຸມໃສ່ບັນດາວຽກງານສຳຄັນຕົ້ນຕໍ່ໃນຕໍ່ໜ້າ.