ທ່ານ ສອນໄຊ ສີພັນດອນ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຜູ້ໃໝ່ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ

378

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຕອນແລງວັນທີ 30 ທັນວາ 2022 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີການນຳຂັ້ນສູງພັກ-ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

No description available.

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນອ່ານການປະກາດພັກການບຳນານຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຕາມໜັງສືສະເໜີຂອງປະທານປະເທດ ເລກທີ 211/ປທທ, ລົງວັນທີ 28 ທັນວາ 2022. ພ້ອມແຕ່ງຕັ້ງນາຍົກລັດຖະມົນຕີ ຜູ້ໃໝ່.

No description available.
ກອງປະຊຸມໄດ້ສະເໜີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຂຶ້ນເປັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ໃໝ່ ເຊິ່ງທ່ານເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງໜັກແໜ້ນ, ມີລະດັບການສຶກສາສູງ, ເຄີຍດຳລົງຕຳແໜ່ງສຳຄັນ ຈະສາມາດສືບຕໍ່ນຳພາປະເທດຊາດອັນແສນເຄົາລົບຮັກຂອງພວກເຮົາ ໃຫ້ຜ່ານພົ້ນພາວະຄວາມຫຍຸ້ງຍາກດ້ານເສດຖະກິດໄປໄດ້.

No description available.
ຫຼັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ລົງຄະແນນສຽງຮັບຮອງເອົາ ທ່ານ ສອນໄຊ ສີພັນດອນ ເປັນ ນາຍົກລັດຖະມົນຕີ ຜູ້ໃໝ່ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍຄື: ສະມາຊິກສະພາແຫ່ງຊາດ ມີໜ້າ 151 ທ່ານ, ລົງຄະແນນສຽງເຫັນດີ 149 ທ່ານ ເທົ່າກັບ 98,67%, ບໍ່ເຫັນດີ 2 ທ່ານ ເທົ່າກັບ 1,32%, ບໍ່ອອກສຽງ 0.

No description available.