ບໍລິສັດຕ່າງປະເທດ ເຊື່ອໝັ້ນທ່າອ່ຽງເສດຖະກິດຈີນ ໃນປີໜ້າ

30

ສຳນັກຂ່າວຊິນຫົວລາຍງານໂດຍອ້າງຜົນສຳຫຼວດ ຂອງສະພາສົ່ງເສີມການຄ້າລະ ຫວ່າງປະເທດຈີນ ລະບຸວ່າ: ບໍລິສັດຕ່າງປະເທດສ່ວນໃຫຍ່ໃນຈີນ ສະໜັບສະໜູນແນວທາງການປັບປ່ຽນການຮັບມືກັບການລະບາດຂອງພະຍາດໂຄວິດ – 19 ຂອງລັດຖະບານຈີນ ແລະ ເຊື່ອໝັ້ນວ່າ ທ່າອ່ຽງຂອງເສດຖະກິດຈີນ ໃນປີ 2023 ຈະດີຂຶ້ນ.

May be an image of text

ການສຳຫຼວດຄັ້ງນີ້ ໄດ້ສອບຖາມບໍລິສັດ, ສະພາການຄ້າ ແລະ ສະມາຄົມຕ່າງໆ ຈຳນວນ 160 ແຫ່ງ ພົບວ່າ 91% ສະໜັບສະໜູນການປັບປຸງຄວາມເໝາະສົມໃນການຮັບມືກັບພະຍາດໂຄວິດ – 19 ໂດຍບໍລິສັດຂອງຕ່າງປະເທດທີ່ເຂົ້າຮ່ວມການສຳຫຼວດຄັ້ງນີ້ ຫຼາຍກວ່າ 99% ມີຄວາມໝັ້ນໃຈຕໍ່ທ່າອ່ຽງເສດຖະກິດຈີນ ໃນປີ 2023, ຂະນະທີ່ບໍລິສັດຕ່າງປະເທດ ຈຳນວນ 98,7% ລະບຸວ່າຍັງຄົງຮັກສາ ແລະ ຂະຫຍາຍການລົງທຶນໃນຈີນ.

May be an image of skyscraper

ນອກຈາກນີ້, ຍັງມີບໍລິສັດປະມານ 89,8% ລະບຸວ່າ:ພວກເຂົາຈະຮັກສາຕ່ອງໂສ້ອຸດສາຫະກຳໃນທ້ອງຖິ່ນຂອງຕົນເອງໄວ້, ອີກ 10,2% ວາງແຜນຖ່າຍໂອນຕ່ອງໂສ້ອຸປະທານຈາກຕ່າງປະເທດເຂົ້າສູ່ຈີນ.

ທ່ານ ຢາງ ຟານ ໂຄສົກສະພາສົ່ງເສີມການຄ້າລະຫວ່າງປະເທດຈີນ ກ່າວວ່າ: ເສດຖະກິດຈີນມີຄວາມເຂັ້ມແຂງ ແລະ ມີຂໍ້ໄດ້ປຽບໃນການແຂ່ງຂັນໄດ້ຢ່າງຄວບຄຸມທັງໃນດ້ານສັກກະຍະພາບຕະຫຼາດ, ລະບົບອຸດສາຫະກຳ, ໂຄງສ້າງພື້ນຖານ ແລະ ສະພາບແວດລ້ອມທາງທຸລະກິດ.