ຊຸດປະຈຳຊາດ ມິສຢູນີເວີດ ແລະຄວາມໝາຍທີ່ມາກ່ອນຈະອອກສູ່ສາຍຕາທຸກຄົນ

64

ແລງວັນທີ 29 ທັນວາຜ່ານມາ ເຊື່ອວ່າບັນດາແຟນນາງງາມທັງຫຼາຍຈະໄດ້ເຫັນແລ້ວຊຸດປະຈຳຊາດຂອງ ມິສຢູນີເວີດລາວປີ 2022 ເຊິ່ງພຣີເຊັນອອກມາມີສິລະປະການຟ້ອນລຳ ເຄື່ອງນຸ່ງຂອງ 3 ຊົນຊາດໃຫຍ່ໆຄື ມົ້ງ, ລາວ ແລະກືມມຸ ນັ້ນຄືທີ່ມາຂອງຊຸດປະຈຳໍຊາດໃນປິນີ້ ທີ່ອອກແບບໂດຍນັກອອກແບບໜຸ່ມນ້ອຍອາຍຸພຽງ 20 ປີເທົ່ານັ້ນ.

May be a closeup of 1 person

ນັກອອກແບບຊຸດປະຈຳຊາດຄົນນີ້ຄື ທ້າວ ຂັນໄຊ ໜຸ່ມນ້ອຍໄວ 20 ປີ ຜູ້ຢູ່ເບື້ອງຫຼັງຊຸດງາມໆຂອງ MISS UNIVERSE LAOS 2022, ນັກອອກແບບມີຊື່ເຕັມວ່າ ຂັນໄຊ ແຖມພູຄຳ ຫຼື ກ່ານ ໜຸ່ມນ້ອຍໄວ 20 ປີ ປັດຈຸບັນກຳລັງສຶກສາຢູ່ທີ່ຄະນະສະຖາປັດຕິຍະກຳສາດ, ມຊ ໃນປີ ທີ 3.

May be a closeup of 1 person
ຊຸດປະຈຳຊາດມິສຢູນິເວີສລາວປີ 2022 ມີຊື່ວ່າ “ເອກະລັກ 3 ເຜົ່າລາວ” ເປັນການໂຮມເອົາເອກະລັກສີສັນຂອງການແຕ່ງຄົນລາວ 3 ເຜົ່າໃຫຍ່ໆນັ້ນກໍຄື ກຶມມຸ , ລາວໄຕ ແລະ ເຜົ່າມົ້ງ ຜ່ານການນຳສະເຫນີຊຸດໃນຮູບແບບຊຸດເຜົ່າມົ້ງປະຍຸກຮ່ວມສະໄຫມ.

May be an illustration

ດ້ານໂຕຊຸດໄດ້ມີການນຳໃຊ້ຜ້າທ້ອງຖິ່ນຂອງແຕ່ລະເຜົ່າມາອອກແບບໃຫ້ມີຄວາມກົມກຽວກັນປຽບດັ່ງຄວາມຮັກແພງ ແລະ ຄວາມສາມັກຄີຂອງຄົນລາວທັງຊາດ ດ້ວຍຕົກແຕ່ງດ້ວຍງານປັກ ແລະ ຫລຽນເງິນທີ່ເປັນເອກະລັກ ພ້ອມກັບມີເຄື່ອງດົນຕີພື້ນເມືອງມີເປັນລູກຫລິ້ນໃຫ້ມີສີສັນໂດດເດັ່ນ.

May be an image of 1 person, standing and indoor
“ມີຄວາມຕັ້ງໃຈຢາກໃຫ້ຊຸດເອກະລັກ 3 ເຜົ່າລາວນີ້ ເປັນໂຕແທນຂອງຢູ່ຮ່ວມກັນຢ່າງຜາສຸກຂອງປະຊາຊົນລາວບັນດາເຜົ່າ ແລະມີການເຄົາລົບໃຫ້ກຽດເຊິ່ງກັນ ແລະກັນ, ຫລີກເວັ້ນການຢຽດຊົນເຜົ່າ ແລະຊາດພັນ ແລະຢາກໃຫ້ຄົນລາວຫັນມາໃຫ້ກຳລັງໃຈເຊິ່ງກັນ ແລະກັນຫລາຍຂຶ້ນ”.

May be an image of 6 people and people standing
ແຮງບັນດານໃຈທຳອິດທີ່ອອກແບບຊຸດນີ້ຂຶ້ນມາແມ່ນ ຂັນໄຊເອງກໍເປັນຜູ້ຫນຶ່ງໃນເຊຍໃຫ້ ປ່າເຢັ້ງຊ່າ ລໍ່ ໄດ້ເປັນຜູ້ຄອງມຸງກຸດ ແລະຄິດວ່າຫາກມີຊຸດປະຈຳຊາດທີ່ສະທ້ອນເຖິງໂຕຕົນຂອງນາງງາມເອງ ກໍຈະເປັນສ່ວນຫນຶ່ງໃນການເສີມສົ່ງນາງງາມໄປສູ່ຝັ່ງຝັນ.

May be an image of 3 people and people standing

ຊົມເຊີຍຜົນງານຂອງນ້ອງຂັນໄຊທີ່ຫຼອມລວມເຄື່ອງນຸ່ງຂອງສາມເຜົ່າໃຫຍ່ມາເປັນຊຸດເຄື່ອງນຸ່ງທີ່ມີຄວາມໝາຍເລີກເຊິ່ງ ແລະສວຍງາມບົ່ງບອກຕົວຕົນນາງງາມໄດ້ຢ່າງລົງໂຕ ຂໍໃຫ້ປີນີ້ລາວໄດ້ເປີດປະຕູສູ່ຈັກກະວານຕາມສຽງເຊຍຂອງແຟນຄັບທຸກຄົນ.

ຂ່າວໂດຍ: zaza ກິນທີ່ນີ້, ທ່ຽວທີ່ນີ້
ພາບໂດຍ: ຂັນໄຊ, Ae Maitee Make up