NIRO Plus ລົດໄຟຟ້າລຸ້ນໃໝ່ຫຼ້າສຸດ ພ້ອມພົບທ່ານແລ້ວມື້ນີ້ທີ່ຫ້ອງຂາຍໂຄລາວ

71

ບໍລິສັດໂຄລາວຄ້າຍລົດທີ່ຄອງໃຈພໍ່ແມ່ປະຊາຊົນມາຕະຫຼອດໄດ້ນຳເອົາລົດໄຟຟ້າລຸ້ນໃໝ່ມາເປີດໂຕອີກແລ້ວ ຫຼັງຈາກເປີດຕົວລົດ HYUNDAI IONIQ5 ໄປເມື່ອບໍດົນມານີ້, ໂດຍລົດລຸ້ນໃໝ່ນີ້ເປັນລົດໄຟຟ້າເກຍ NIRO PLUS.

May be an image of 2 people and indoor

ພາຍໃຕ້ສະຖານນະການປັດຈຸບັນ ທີ່ທົ່ວໂລກຕ້ອງຜະເຊີນກັບບັນຫາລາຄານ້ຳມັນແພງ ສະຖານະການພະລັງງານນໍ້າມັນກໍາລັງປະສົບບັນຫາ ພະລັງງານທາງເລືອກເປັນສິ່ງສໍາຄັນທີ່ໄດ້ເຂົ້າມາມີບົດບາດໃນອຸດສາຫະກໍາລົດຍົນ ໂດຍສະເພາະກໍ່ແມ່ນພະລັງງານໄຟຟ້າ.

May be an image of 7 people, people standing and car

ໃນປີນີ້ບໍລິສັດໂຄລາວ ໄດ້ຖືເປັນໂອກາດອັນດີ ໃນການນໍາເອົາລົດຍົນພະລັງງານໄຟຟ້າ 100% ຈາກປະເທດເກົາຫຼີ ເຂົ້າມາຈໍາໜ່າຍຢ່າງເປັນທາງການໃນ ສສປ ລາວ ນັ້ນກະຄື KIA NIRO Plus ເຊິ່ງເຊື່ອວ່າຈະຕອບໂຈດຫຼາຍຄົນທີ່ກຳລັງຢາກມີລົດເປັນຂອງຕົນເອງ ແລະເປັນລົດທີ່ທັນສະໄໝເຂົ້າກັບສະພາບເສດຖະກິດໃນປະຈຸບັນ.

May be an image of 3 people, people standing and car

ທ່ານໜູໄຊ ແຫວນສະຫວັນ. CEO ກຸ່ມບໍລິສັດ ໂຄລາວກ່າວ່າ: ສຳລັບລົດໄຟຟ້າ KIA NIRO PLUS ເປັນລົດທີ່ອອບຊັ້ນດີແບບດີ ມາດຕະຖານລະດັບສາກົນລາຄາກໍ່ບໍ່ສູງເກີນໄປເປັນລາຄາທີ່ສາມາດຈັບຕ້ອງໄດ້ເໝາະກັບທຸກທ່ານພຽງແຕ່ 49,000 ໂດລາ ເທົ່ານັ້ນ ສໍາລັບຜູ້ທີ່ອອກລົດໃນງານນີ້ ຮັບທັນທີປະກັນໄພ ແລະ ເຄື່ອງ Home charger ພ້ອມຟີຣຕິດຕັ້ງໄປເລີຍ. ເປັນແນວໃດທ່່ານຜູ້ ຊົມໄດ້ຍິນລາຄາແບບນີ້ແລ້ວ ຕ້ອງໄດ້ຮີບຟ້າວເຂົ້າມາຈັບຈອງເປັນເຈົ້າຂອງກັນໄດ້ແລ້ວ.

May be an image of 3 people and car

ລົດໄຟຟ້າ ຍີ່ຫໍ້KIA ລຸ້ນNIRO ເປັນລົດຈິບໄຟຟ້າ 100% ຂະໜາດ 5 ບອນນັ່ງ ທີ່ມີຮູບໂສມທັນສະໄຫມ ເຫມາະແກ່ທຸກໄວ ມາພ້ອມກັບເທັກໂນໂລຍີສະໄຫມໃຫມ່ ແລະ ສະມັດທະນະພາບລົດທີ່ເຫນືອກວ່າ.

May be an image of car

ລົດໄຟຟ້າ KIA NIRO ຍັງໄດ້ຮັບຄວາມນິຍົມສູງໃນປະເທດເກົາຫລີ ແລະ ໃນປະເທດຕ່າງໆໃນທົ່ວໂລກ ຍີ່ຫໍ້KIA ຍັງມີຊື່ສຽງດ້ານການອອກແບບທີ່ມີເອກະລັກສະເພາະຕົວ ແລະ ລົດໄຟຟ້າ KIA NIRO ເອງກໍ່ມີການອອກແບບທີ່ໂດດເດັ່ນ ທັງພາຍໃນແລະພາຍນອກ ໃຫ້ຄວາມໂດດເດັ່ນດ້ານພາຍນອກ ແລະ ຄວາມລໍ້າສະໄຫມສະດວກສະບາຍທາງພາຍໃນ ຕ້ອງບອກເລີຍວ່າລົດຄັນນີ້ ສາມາດດຶງດູດຈາກຜູ້ຄົນທີ່ແນມເຫັນ ແລະ ສະດຸດທຸກສາຍຕາ.

May be an image of 4 people, people standing and car

ສິ່ງທີ່ສໍາພັດໄດ້ໃນລົດໄຟຟ້າ NIRO PLUS ຄັນນີ້ ແມ່ນການອອກແບບທີ່ສວຍງາມ ໂດຍສະເພາະຕາໄຟດ້ານໜ້າແມ່ນມີຄວາມໂດດເດັ່ນທຸກມູມມອງ ນອກນັ້ນ,ບັນດາຟັງຊັງຕ່າງໆພາຍໃນທີ່ມາພ້ອມກັບສິ່ງອໍານວຍຄວາມຄວາມສະດວກສະບາຍເຊັ່ນ: ລະບົບເກຍແບບໝູນ ຊ່ວຍໃຫ້ພື້ນທີ່ດ້ານໜ້າກວ້າງຂື້ນ ແລະ ບໍ່ແກະກະ. ນອກນັ້ນ, ຍັງມີໜ້າຈໍທີ່ຮອງຮັບ Android Auto ແລະ Car Playອີກດ້ວຍ.