ໄປທ່ຽວນະຄອນໄກສອນ ຫວນຄືນເມືອງຄັນທະບູລີໃນເມື່ອກ່ອນ

49

ເຊື່ອວ່າຫຼາຍວັນມານີ້ທ່ານຈະໄດ້ເຫັນການເຜີຍແຜ່ຮູບການແຕ້ມຮູບພາບຂອງສິລະປິນຫຼາຍທ່ານໃສ່ຝາເຮືອນເຂດເມືອງເກົ່າຂອງນະຄອນໄກສອນ ແຕ່ກໍ່ບໍມີຄຳຕອບ ມື້ນີ້ແອັດເສດຖະກິດ-ການຄ້າໄດ້ຄຳຕອບແລ້ວ ນັ້ນກໍ່ຄື ເປັນໂຄງການດີໆທີ່ນຳເອົາພາບເລື່ອງລາວເກົ່າໆທີ່ກ່ຽວຂ້ອງເຖິງວິຖີຊີວິດຂອງຊາວເມືອງໃນເມື່ອກ່ອນມາເລົ່າຜ່ານພາບ ເຮັດໃຫ້ພວກເຮົາທຸກຄົນທີ່ໄດ້ເຫັນ ຮູ້ສຶກໄດ້ເຖິງບັນຍາກາດເມື່ອກ່ອນທີ່ຍັງເອີ້ນວ່າ ເມືອງຄັນທະບູລີນັ້ນເອງ ປີໃໝ່ນີ້ຖ້າໃຜບໍທັນມີແຜນໄປໃສແອັດວ່າໄປສະຫວັນນະເຂດເລີຍດີບໍ.

May be an image of outdoors and brick wall
ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ(ຖວທ) ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໂຄງການແຕ້ມສິລະປະຕາມຝາອາຄານເກົ່າ ໃນຕອນບ່າຍວັນທີ 28 ທັນວາຜ່ານມານີ້, ທີ່ໂຮງຮຽນປະຖົມສົມບູນ ໄຊຍະພູມ ນະຄອນໄກສອນພົມວິຫານ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງ, ມີອໍານວຍການບໍລິສັດອາປາ ອິນຄໍຣ໌ ປໍເຣດທ໌, ສະມາຄົມນັກທຸລະກິດໜຸ່ມແຂວງສະຫວັນນະເຂດ ພ້ອມດ້ວຍບັນດາພະແນກການກົມກອງອ້ອມຂ້າງແຂວງ ແລະແຂກທີ່ຖືກເຊີນເຂົ້າຮ່ວມ.

May be an image of 23 people and people standing
ທ່ານ ນາງຫຼິງ ທອງ ແສງຕາວັນ ໄດ້ກ່າວມີຄໍາເຫັນຕໍ່ພິທີວ່າ: ປະຈຸບັນແຂວງສະຫວັນນະເຂດ ແມ່ນເລັງໃສ່ພັດທະນາຕົວເມືອງເກົ່າ ໃນເຂດນະຄອນໄກສອນພົມວິຫານ ໃຫ້ມີສີສັນ, ໃຫ້ເປັນແຫຼ່ງທ່ອງທ່ຽວ ເຊິ່ງໃນຄັ້ງນີ້, ທາງຜູ້ອໍານວຍການໂຄງການສ້າງສິລະປະ ໄດ້ວາດແຕ້ມຮູບປະທານໄກສອນພົມວິຫານ, ຮູບເຍົາວະຊົນ ຢູ່ໃນຜາໂຮງຮຽນທີ່ປະທານໄກສອນພົມວິຫານ ເຄີຍໄດ້ສຶກສາຮໍ່າຮຽນທີ່ເປັນຄັງຄວາມຮູ້ຂອງເພິ່ນທີ່ໄດ້ສືບທອດກັນມາ ຈົນເຖິງປະຈຸບັນ, ສິລະປະດັ່ງກ່າວ ເປັນສິລະປະຮູບແຕ້ມສີມືທີ່ດີເດັ່ນ ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງປົກປັກຮັກສາ ແລະອະນຸລັກຮູບແຕ້ມດັ່ງກ່າວໃນເຂດເທສະບານນະຄອນ ກໍ່ຄືເຂດຕົວເມືອງເກົ່າ ໃຫ້ມີຄວາມສະອາດງາມຕາ ເພື່ອເປັນແຫຼ່ງທ່ອງທ່ຽວພາຍໃນແຂວງຂອງເຮົາ.

May be an image of outdoors
ໂຄງການສ້າງສິລະປະຕາມຝາອາຄານເກົ່າ ບໍລິເວນຄຸ້ມເມືອງເກົ່າໄກສອນພົມວິຫານ ເປັນໂຄງການບູລິມະສິດອັນດັບທີ 16 ທີ່ນອນຢູ່ໃນແຜນວຽກຂອງການສົ່ງເສີມການທ່ອງທ່ຽວ ຕາມແຜນແມ່ບົດໂຄງການຟື້ນຟູ ພັດທະນາ ແລະປົກປັກຮັກສາຄຸ້ມຕົວເມືອງເກົ່າໄກສອນພົມວິຫານ ພາຍໃຕ້ການຊີ້ນຳ ແລະຄຸ້ມຄອງຂອງພະແນກ ຖວທ ແຂວງ, ໄດ້ລົງມືປະຕິບັດນັບແຕ່ວັນທີ 22-28 ທັນວາ 2022.

May be an image of 6 people

ໂຄງການຄັ້ງນີ້ ເປັນການລິເລີ່ມ ແລະເປີດກວ້າງການມີສ່ວນຮ່ວມຂອງທຸກພາກສ່ວນ ບໍ່ວ່າຈະເປັນທາງພາກລັດ ແລະເອກະຊົນ ໃນການລະດົມຄວາມຄິດ ແລະການຊ່ວຍເຫຼືອສະໜັບສະໜູນທາງດ້ານທຶນຮອນ, ບຸກຄະລາກອນ ແລະການເຜີຍແຜ່ປະຊາສໍາພັນ ເພື່ອຮ່ວມກັນເສີມສ້າງທ່າແຮງການທ່ອງທ່ຽວຂອງເມືອງເກົ່າໄກສອນພົມວິຫານໃຫ້ເຂັ້ມແຂງ, ເຊິ່ງແນວຄວາມຄິດໃນການນໍາໃຊ້ສິລະປະເພື່ອຫວນຄືນພາບເກົ່າໃນອະດີດຂອງເມືອງເກົ່າໄກສອນພົມວິຫານ ຫຼື ໃນເມືອກ່ອນເຄີຍເອີ້ນວ່າ: ເມືອງຄັນທະບູລີ ໃຫ້ກັບມາມີຊີວິດຊີວາອີກຄັ້ງ.

May be an image of 1 person and outdoors

ໂດຍການນໍາສະເໜີຄືນ ຫຼື ສະແດງພາບບັນຍາກາດທີ່ຫາເບິ່ງໄດ້ຍາກຂອງວິຖີຊີວິດຊາວເມືອງໃນເມື່ອກ່ອນ ແຕ້ມໃສ່ບໍລິເວນຝາອາຄານ ເພື່ອໃຫ້ພາບເຫຼົ່ານັ້ນ ກັບເຂົ້າມາເປັນສ່ວນໜຶ່ງຂອງບັນຍາກາດເມືອງອີກຄັ້ງ ແລະຍັງມີການນໍາໃຊ້ເທັກນິກແບບສິລະປະການຈັດວາງ ທີ່ມີຄວາມຮ່ວມສະໄໝ ແລະການແຕ້ມ 3D ເພື່ອໃຫ້ຜູ້ພົບເຫັນ ແລະຜູ້ທີ່ທ່ຽວຊົມເມືອງເກົ່າ ສາມາດມີສ່ວນຮ່ວມໃນການຫຼິ້ນ, ການຖ່າຍພາບ ແລະການເຂົ້າໄປເປັນສ່ວນໜຶ່ງຂອງພາບບັນຍາກາດເຫຼົ່ານັ້ນໄດ້ ການກໍານົດ ແລະຈັດວາງຈຸດ ເພື່ອການນໍາສະເໜີຜົນງານສິລະປະຂ້າງຖະໜົນໃນເມືອງເກົ່າ ໄດ້ກຳນົດໃນເບື້ອງຕົ້ນໄວ້ຈຳນວນ 12 ຈຸດ.

May be an image of 3 people and outdoors
ໂອກາດນີ້, ໃນພິທີກໍ່ໄດ້ມອບໃບຍ້ອງຍໍທ່ານເຈົ້າແຂວງສະຫວັນນະເຂດ ໃຫ້ແກ່ຜູ້ປະສ່ວນເຂົ້າໃນໂຄງການແຕ້ມຮູບຕາມຝາອາຄານເກົ່າ ຈາກນັ້ນ, ກໍ່ໄດ້ມີການມອບ-ຮັບໂຄງການແຕ້ມສິລະປະຕາມຝາອາຄານ ໃຫ້ແກ່ພະແນກ ຖວທ ແຂວງ ນໍາໄປຈັດຕັ້ງຜັນຂະຫຍາຍຕໍ່ໄປ.