ຈີນ ຈະຖ່າຍທອດເຕັກໂນໂລຊີການປູກພືດໃນທະເລຊາຍໃຫ້ແກ່ ກາຕາ

46

CMG ລາຍງານວ່າ: ຈີນ ຈະຖ່າຍທອດເຕັກໂນໂລຊີກະສິກຳ ຊ່ວຍເຫຼືອປະເທດກາຕາ ໃນການປູກພືດໃນທະເລຊາຍ ໂດຍສະຖາບັນວິທະຍາສາດກະສິກໍາ ແຫ່ງ ສປ ຈີນ ຍັງແບ່ງປັນເຕັກໂນໂລຊີ ກັບຫ້ອງທົດລອງ ໃນ ຣູມານີ ແລະ ກະສິກໍາໃນອັງກິດ ໃຫ້.

No photo description available.

ຂະນະທີ່ຜູ້ຊ່ຽວຊານດ້ານກະສິກຳຈາກແຂວງເສສວນ ທາງທິດຕາເວັນຕົກສ່ຽງໃຕ້ຂອງຈີນ ກຳລັງຊ່ວຍກາຕາ ປູກພືດຜັກ ໃນທະເລຊາຍ ເພື່ອຫຼຸດຜ່ອນການເພິ່ງພາການນໍາເຂົ້າ, ຟາມແຫ່ງນີ້ຢູ່ໄກຈາກນະຄອນຫຼວງ ໂດຮາ ປະມານ 10 ກິໂລແມັດ ເປັນຟາມທີ່ປູກຜັກ ເພື່ອສະໜອງໃຫ້ຮ້ານຄ້າໃຫຍ່ ຫຼື ຊຸບເປີມາເກັດ ໃນປະເທດກາຕາ. ຂະນະທີ່  ກາຕາ ໄດ້ວາງແຜນຍຸດທະສາດຄວາມໝັ້ນຄົງທາງດ້ານສະບຽງອາຫານແຫ່ງຊາດ ໂດຍຮ່ວມກັບປະເທດຕ່າງໆ ເຊັ່ນ: ສປ ຈີນ ໃນການປູກພືດຢູ່ແຂວງເສສວນ ເຊິ່ງເປັນພື້ນຖານກະສິກຳສຳຄັນຂອງ ສປ ຈີນ ຈຶ່ງໄດ້ຮ່ວມແລກປ່ຽນປະສົບການສ້າງໂຮງງານປູກພືດຜັກ ໂດຍມີການຄວບຄຸມສະພາບແວດລ້ອມ ລວມທັງອຸນຫະພູມ, ຄວາມຊຸ່ມຊື່ນ, ແສງສະຫວ່າງ, ການໃຫ້ຝຸ່ນ.

May be an image of outdoors and indoor

ຟາມຂອງກາຕາ ສາມາດປູກພືດຜັກຫຼາຍກວ່າ 30 ຊະນິດ ແລະ ພືດຕ່າງໆອີກຫຼາຍກວ່າ 10 ຊະນິດ ເຊັ່ນ: ຖົ່ວເຫຼືອງ, ເຂົ້າ, ສາລີ ແລະ ຊ່ວຍໃຫ້ການປູກພືດເຊັ່ນດຽວກັນກັບເຂົ້າບາເລ, ຝ້າຍ ແລະ ສາລີ ແມ່ນໃຊ້ໄລຍະເວລາສັ້ນລົງເຄິ່ງໜຶ່ງ.