ມຸມໜ້າຮັກຂອງອ້າຍນ້ອງຕຳຫຼວດຈະລາຈອນໃນພາລະກິດໂຄສະນາການສັນຈອນໄລຍະປີໃໝ່

28

ເລີ່ມຕົ້ນກັບບັນຍາກາດດີໆຂອງອ້າຍນ້ອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ບໍລິການປະຊາຊົນດ້ວຍໄມຕີຈິດໜ້າຊື່ນຊົມເປັນທີ່ສຸດ ມີແຈກນ້ຳໃຫ້ຜູ້ເດີນທາງ, ໃຫ້ໝວກກັນກະທົບຜູ້ໃຊ້ລົດໃຊ້ຖະໜົນກັບຮອຍຍີ້ມສົ່ງທາງໃຫ້ທຸກຄົນຮອດຈຸດໝາຍໂດຍສະຫວັດດີພາບ!

May be an image of 5 people, people standing and road
ຂ່າວຄວາມສະຫງົບລາຍງານວ່າ: ໃນວັນທີ 28 ທັນວາ 2022, ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນ ຄວາມສະຫງົບ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລົງຊຸກຍູ້ວຽກງານໂຄສະນາ ແລະ ບັງຄັບໃຊ້ກົດໝາຍ ຢູ່ຈຸດກວດກາທ່າພະບາດ ເສັ້ນທາງເລກທີ 13 ໃຕ້ ໃນໄລຍະງານສະເຫຼີມສະຫຼອງປີ ໃໝ່ສາກົນ (ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ 2023) ໂດຍສະເພາະໃນໄລຍະ 5 ວັນ ອັນຕະລາຍ; ເຊິ່ງເລີ່ມນັບແຕ່ວັນທີ 29 ທັນວາ 2022 ຫາ ວັນທີ 2 ມັງກອນ 2023, ເຊິ່ງຖືເປັນໄລຍະທີ່ມີຄວາມສ່ຽງເກີດອຸບັດຕິເຫດຕາມທ້ອງຖະໜົນຫຼາຍ ເນື່ອງຈາກຜູ້ຂັບຂີ່ໄດ້ເດີນທາງກັບຄືນໄປຢ້ຽມຢາມບ້ານເກີດເມືອງນອນ, ທ່ອງທ່ຽວ ແລະ ມີ ການດື່ມສິ່ງມືນເມົາໃນໄລຍະການສະເຫຼີມສະຫຼອງປີໃໝ່ສາກົນ.

May be an image of 4 people, people standing, motorcycle and outdoors
ສຳລັບເສັ້ນທາງສາຍຫຼັກທີ່ຜູ້ຂັບຂີ່ ສັນຈອນຫຼາຍທີ່ສຸດແມ່ນເສັ້ນທາງເລກທີ 13 ໃຕ້ ແລະ ເສັ້ນທາງເລກທີ 13 ເໜືອ. ສະເພາະເສັ້ນທາງເລກທີ 13 ໃຕ້ ນັບແຕ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫາ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໄລຍະທາງ 275 ກິໂລ ແມັດ ແລະ ກຳລັງຢູ່ໃນໄລຍະທີ່ກຳລັງກໍ່ສ້າງ ແລະ ປັບປຸງເສັ້ນທາງນີ້. ສະນັ້ນ, ຜູ້ຂັບຂີ່ຕ້ອງມີຄວາມລະມັດລະວັງເປັນພິເສດໃນການໃຊ້ລົດ-ໃຊ້ຖະໜົນ ແລະ ປະຕິບັດຕາມກົດຈະລາຈອນຢ່າງເຄັ່ງຄັດ. ນອກນີ້, ຂໍ້ປະຕິບັດພື້ນຖານທີ່ຜູ້ຂັບຂີ່ຄວນເອົາໃຈໃສ່ ປະກອບມີ: ການໃຊ້ຄວາມໄວຕາມປ້າຍກຳນົດຢ່າງເຄັ່ງຄັດ, ໃສ່ສາຍຮັດນິລະໄພ, ໃສ່ໝວກກັນກະທົບ ແລະ ບໍ່ດື່ມສິ່ງມືນເມົາແລ້ວຂັບລົດ.

May be an image of 2 people and outdoors
ໃນໄລຍະທີ່ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ລົງຊຸກຍູ້ວຽກງານໂຄສະນາຢູ່ເສັ້ນທາງເລກທີ 13 ໃຕ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ມີການກວດກາຄວາມໄວ ແລະ ກວດກາທາດເຫຼົ້າຢ່າງເຄັ່ງຄັດແລ້ວ, ຍັງມີການແຈກນ້ຳດື່ມ ແລະ ໝວກກັນກະທົບ ໃຫ້ບັນນັກຂັບຂີ່ນຳອີກ.

May be an image of 3 people, people standing and outdoors
ສຳລັບກິດຈະກໍາ 5 ວັນອັນຕະລາຍ ໃນໄລຍະປີໃໝ່ສາກົນ 2023 ທີ່ພວມດໍາເນີນການຈັດຕັ້ງປະຕິບັດນີ້ ເປັນໜຶ່ງໃນກິດຈະກໍາຂອງວຽກງານໂຄສະນາ ເພື່ອເຜີຍແຜ່, ປູກຈິດສໍານຶກ ດ້ານຄວາມປອດໄພທາງຫຼວງ, ພາຍໃຕ້ໂຄງການຂະແໜງຂົວທາງໄລຍະ 2 (LRSP2+AF) ທີ່ໄດ້ຮັບການສະໜັບສະໜູນຈາກ ທະນາຄານໂລກ.

May be an image of 3 people, people sitting, people standing and outdoors