ຄາດໝາຍປີ 2023 ລວມຍອດຜະລິດຕະພັນພາຍໃນໃຫ້ຂະຫຍາຍຕົວລະດັບ 4,5% ຂຶ້ນໄປ

245

ປີ 2022 ທີ່ກຳລັງຈະສິ້ນສຸດນີ້ພວກເຮົາປະເທດລາວລວມທັງບັນດາປະເທດໃນໂລກລ່້ວນຍັງໄດ້ຮັບບາດແຜຈາກຜົນພວງຂອງພະຍາດລະບາດໂຄວິດ-19 ເຮັດໃຫ້ອັດຕາການເຕີບໂຕທາງເສດຖະກິດແມ່ນຕ່ຳຫຼາຍຖ້າທຽບໃສ່ກ່ອນມີໂຄວິດ ແນວໃດກໍ່ຕາມ ສຳລັບປະເທດລາວ ລັດຖະບານວາງຄາດໝາຍໄວ້ປີ 2023 ທີ່ຈະມາເຖິງນີ້ລວມຍອດຜະລິດຕະພັນພາຍໃນຕ້ອງເຕີບໂຕໃຫ້ໄດ້ໃນຕົວເລກ 4,5% ຂຶ້ນໄປ ຫຼື ຄິດເປັນມູນຄ່າລາຄາໃນປີ 234.160 ຕື້ກີບ.

No photo description available.
ອີງຕາມ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 5 ທັນວາ 2022 ກ່ຽວກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2023 ວ່າ: ປີ 2023 ສະພາບການຂອງໂລກ ແລະ ພາກພື້ນຍັງຈະສືບຕໍ່ຜັນແປທີ່ຄາດເດົາໄດ້ຍາກ, ບວກກັບສະພາບເສດຖະກິດ-ການເງິນຂອງປະເທດເຮົາ ຍັງສືບຕໍ່ພົບຄວາມຫຍຸ້ງຍາກພໍສົມຄວນ. ໃນສະພາບການດັ່ງກ່າວ ເພື່ອສືບຕໍ່ປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ວາລະແຫ່ງຊາດ. ສະນັ້ນ, ທິດທາງ, ຄາດໝາຍລວມ ແລະ ວຽກງານຈຸດສຸມ ໃນປີ 2023 ມີດັ່ງນີ້:

No photo description available.

ດ້ານເສດຖະກິດມະຫາພາກ: ການເຕີບໂຕເສດຖະກິດ ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ, ຄິດເປັນມູນຄ່າລາຄາໃນປີ 234.160 ຕື້ກີບ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ເທົ່າກັບ 1.625 ໂດລາສະຫະລັດຕໍ່ຄົນ, ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນເທົ່າກັບ 1.534 ໂດລາ, ໃນນີ້. ຂະແໜງກະສິກຳ ຂະຫຍາຍຕົວ 2,5%, ກວມເອົາ 17,2% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5,0%, ກວມເອົາ 34,2% ຂອງ GDP; ຂະແໜງບໍລິການ ຂະຫຍາຍຕົວ 4,7%, ກວມເອົາ 37,5% ຂອງ GDP; ຂະແໜງພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4,3%, ກວມເອົາ 11,1% ຂອງ GDP.

No photo description available.
ດ້ານເງິນຕາ: ຄວບຄຸມປະລິມານເງິນ M2 ໃຫ້ຂະຫຍາຍຕົວບໍ່ເກີນ 26% ທຽບໃສ່ປີຜ່ານມາ; ສູ້ຊົນຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງສອດຄ່ອງກັບລະດັບການດຸ່ນດ່ຽງດ້ານເສດຖະກິດ-ເງິນຕາ ແລະ ບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້ ພ້ອມນີ້ຈະຄຸ້ມຄອງໃຫ້ອັດຕາເງິນເຟີ້ສະເລ່ຍໝົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 9%; ສ້າງຄວາມເຂັ້ມແຂງໃຫ້ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນຳເຂົ້າໄດ້ຢ່າງໜ້ອຍ 3 ເດືອນ.

No photo description available.

ສູ້ຊົນໃຫ້ທະນາຄານທຸລະກິດສືບຕໍ່ລະດົມເງິນຝາກໃຫ້ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ ບັນລຸໄດ້ 85% ຂອງ GDP;  ຍອດເຫຼືອສິນເຊື່ອຂອງຂະແໜງການທະນາຄານ ບັນລຸໄດ້ 65% ຂອງ GDP; 7) ຄວມຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຂອງທະນາຄານທຸລະກິດ ໃຫ້ຢູ່ໃນລະດັບບໍ່ເກີນ 3%.

No photo description available.
ດ້ານງົບປະມານລັດ: 1) ລາຍຮັບງົບປະມານທັງໝົດ ໃຫ້ໄດ້ 38.448 ຕື້ກີບ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 21,7%, ເທົ່າກັບ 16,42% ຂອງ GDP; 2) ລາຍຈ່າຍງົບປະມານທັງໝົດ 43.498 ຕື້ກີບ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 20,78%, ເທົ່າກັບ 18,58% ຂອງ GDP; 3) ການຂາດດຸນງົບປະມານ 5.050 ຕື້ກີບ ເທົ່າກັບ 2,16% ຂອງ GDP.

No photo description available.
ດ້ານການດຸ່ນດ່ຽວຂາເຂົ້າ-ຂາອອກ: 1) ມູນຄ່າການສົ່ງອອກ ໃຫ້ບັນລຸ 8.225 ລ້ານໂດລາ ເພີ່ມຂຶ້ນ 8,22% ທຽບໃສ່ປີຜ່ານມາ; 2) ມູນຄ່າການນຳເຂົ້າ ໃຫ້ບັນລຸ 7.100 ລ້ານໂດລາ ເພີ່ມຂຶ້ນ 17,36% ທຽບໃສ່ປີຜ່ານມາ.
ດ້ານການລົງທຶນເພື່ອການພັດທະນາ: ສູ້ຊົນລະດົມການລົງທຶນລວມ ໃຫ້ໄດ້ 52.098 ຕື້ກີບ, ເພີ່ມຂຶ້ນ 18,53% ທຽບໃສ່ແຜນປີຜ່ານມາ (43.950 ຕື້ກີບ), ເທົ່າກັບ 22,25% ຂອງ GDP.