ຄຳມ່ວນ ສິນຄ້າກະສິກຳໄປໄດ້ດີ ເດືອນພະຈິກຂາຍສັດລ້ຽງລວມກວ່າ 2.600 ໂຕ

98

ຄຳມ່ວນ ເປັນແຂວງໜຶ່ງມີທີ່ຕັ້ງພູມສັນຖານ ແລະ ມີແຫລ່ງຊັບພະຍາກອນທຳມະຊາດທີ່ເອື້ອອໍານວຍຕໍ່ການພັດທະນາ, ທົ່ວແຂວງມີເນື້ອທີ່ທັງໝົດ 1.631.500 ກິໂລຕາແມັດ, ແບ່ງເປັນສອງເຂດນິເວດວິທະຍາຄື: ເຂດພູດອຍກວມ 54% ແລະ ເຂດທົ່ງພຽງກວມ 46%, ມີຊາຍແດນທິດເໜືອຕິດ ກັບແຂວງບໍລິຄຳໄຊ 162 ກມ, ທິດໃຕ້ຕິດກັບແຂວງ ສະຫວັນນະເຂດ 174 ກມ, ທິດຕາເວັນອອກຕິດກັບແຂວງກວາງບິ່ງ ແລະ ແຂວງ ຮ່າຕິ່ງ 273 ກມ (ສສ.ຫວຽດນາມ) ແລະ ທິດຕາເວັນຕົກຕິດກັບແຂວງນະຄອນພະນົມ 153 ກມ (ລາຊະອານາຈັກໄທ) ພາຍໃນແຂວງມີ 10 ເມືອງ, 569 ບ້ານ, 80.537 ຄອບຄົວ, ມີປະຊາກອນ 433.570 ຄົນ.

May be an image of 3 people, motorcycle, sky, road and street
ດ້ວຍພູມສັນຖານທີ່ເອື້ອອໍານວຍຕໍ່ການເພີ່ມພູນຜະລິດຜົນ ປະກອບກັບແບບແຜນການດໍາລົງຊີວິດທີ່ດຸໝັ່ນຂະຫຍັນພຽນຂອງຄົນຄໍາມ່ວນ ສົ່ງຜົນໃຫ້ປະຊາກອນພາຍໃນແຂວງນັບມື້ຢູ່ດີມີສຸກ ໂດຍສິ່ງພົ້ນເດັ່ນທີ່ສະແດງອອກນັບຕັ້ງແຕ່ໄລຍະຕົ້ນປີ 2022 ແມ່ນການປູກພືດລະດູຝົນລື່ນແຜນການ, ການຜະລິດອຸດສາຫະກໍາແປຮູບເພີ່ມຂຶ້ນ, ຫັດຖະກໍາປຸງແຕ່ງເພີ່ມຂຶ້ນ, ມູນຄ່າການຄ້າລະຫວ່າງປະເທດເພີ່ມຂຶ້ນ ແລະ ມູນຄ່າສິນຄ້າສົ່ງອອກເພີ່ມຂຶ້ນ.

May be an image of nature and body of water
ຕາມການເປີດເຜີຍຂອງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໄດ້ໃຫ້ຮູ້ວ່າ: ໃນເດືອນ 11 ປີ 2022 ແຂວງຄໍາມ່ວນມີການ ສົ່ງອອກສິນຄ້າໄປຕ່າງແຂວງຄື: ງົວລາດ 577 ໂຕ, ຄວາຍ 151 ໂຕ, ຫມູພັນ 888 ໂຕ, ລູກໝູພັນ 1.000 ໂຕ, ແບ້ 369 ໂຕ, ຖ່ານດໍາ 6.745 ເປົາ, ຖ່ານຂາວ 800 ແກັດ, ໝາກກ້ວຍ ຈຳນວນ 120 ໂຕນ, ເຂົ້າເປືອກ ຈໍານວນ 38,15 ໂຕນ…

No photo description available.
ນອກຈາກນັ້ນຍັງມີການສົ່ງອອກໄປຕ່າງປະເທດເຊັ່ນ: ມັນຕົ້ນຝານແຫ້ງ ຈຳນວນ 67 ໂຕນ; ໝາກແໜ່ງ ຈຳນວນ 315 ໂຕນ; ກາເຟຈໍານວນ 630 ໂຕນ; ເຂົ້າສານຈໍານວນ 175 ໂຕນ; ເຂົ້າເປືອກ ຈໍານວນ 30 ໂຕນ.
ສົ່ງຜ່ານໄປປະເທດທີ 3 ມີ: ໝາກໄມ້ລວມ ຈຳນວນ 1.839 ໂຕນ; ໝາກຄ້ຽວ ຈຳນວນ 100 ໂຕນ; ເຂົ້າສານໜຽວ ຈຳນວນ 33 ໂຕນ.

May be an image of outdoors
ສ່ວນໃນເດືອນ 10 ປີ 2022 ສິນຄ້າສົ່ງອອກຕ່າງແຂວງແມ່ນມີຈໍານວນເທົ່າກັນກັບເດືອນ 11; ສໍາລັບສິນຄ້າສົ່ງອອກຕ່າງປະເທດ (ເດືອນ 10 ) ມີ: ມັນຕົ້ນຝານແຫ້ງ ຈຳນວນ 840 ໂຕນ; ໝາກແໜ່ງ ຈຳນວນ 154 ໂຕນ; ຂີ້ຊີ ຈຳນວນ 30.060 ໂຕນ; ເຂົ້າສານ ຈຳນວນ 60 ໂຕນ; ໄມ້ສັກ ຈຳ ນວນ 60 ໂຕນ ແລະ ສົ່ງຜ່ານໄປປະເທດທີ 3 ມີ: ໝາກໄມ້ລວມ ຈຳນວນ 2.673 ໂຕນ; ໝາກຄ້ຽວ ຈຳນວນ 4.858 ໂຕນ; ນ້ຳຕານຊາຍ ຈຳນວນ 240 ໂຕນ ແລະ ເຂົ້າສານຈ້າວ ຈຳນວນ 96 ໂຕນ.

No photo description available.
ປັດຈຸບັນແຂວງຄໍາມ່ວນກໍາລັງເລັ່ງທໍາການຜະລິດກະສິກໍາໃຫ້ກຸ້ມຕົນເອງ ແລະ ສົ່ງອອກໃຫ້ຫຼາຍຂຶ້ນ. ໃນນັ້ນ, ສໍາລັບການຜະລິດເຂົ້ານາແຊງແມ່ນກໍາລັງຂຸ້ນຂ້ຽວໂດຍປີນີ້ຄາດຄະເນຜົນຜະລິດທົ່ວແຂວງຄໍາມ່ວນປະມານ 67 ພັນກວ່າໂຕນ ໃນເນື້ອທີ່ລວມ 12 ພັນກວ່າເຮັກຕາ ເຊິ່ງເມືອງທີ່ມີເນື້ອທີ່ແຜນການທໍາການຜະລິດເຂົ້ານາແຊງຫຼາຍກວ່າແມ່ນມີຢູ່ 6 ເມືອງຄື: ເມືອງໜອງບົກ, ເຊບັ້ງໄຟ, ຍົມມະລາດ, ມະຫາໄຊ, ຫີນບູນ ແລະ ຄູນຄໍາ.

May be an image of 2 people, people standing, nature and grass