ເດືອນທັນວາ ສີລັງກາ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 50 ພັນກວ່າຄົນ

37

ສຳນັກຂ່າວຊິນຫົວລາຍງານວ່າ ອົງການພັດທະນາການທ່ອງທ່ຽວສີລັງກາ ( SLTDA ) ເປີດເຜີຍວ່າ: ໃນໄລຍະ 20 ວັນຂອງເດືອນທັນວາ 2022 ມີນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າມາທ່ຽວສີລັງກາ ຫຼາຍກວ່າ 50.000 ເທື່ອຄົນ ເພີ່ມຂຶ້ນຢ່າງຫຼວງຫຼາຍ ເມື່ອທຽບໃສ່ຫຼາຍເດືອນຜ່ານມາ ໂດຍສະເລ່ຍແລ້ວຈະມີນັກທ່ອງທ່ຽວເຂົ້າມາທ່ຽວສີລັງກາ ປະມານ 2.500 ເທື່ອຄົນຕໍ່ວັນ ໃນເດືອນທັນວາ ລວມຍອດຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າມາສີລັງກາ ປະມານ 678.392 ເທື່ອຄົນ ( ໄລ່ເຖິງວັນທີ 20 ທັນວາ ).

May be an image of 10 people and outdoors

ຂະແໜງການທ່ອງທ່ຽວ ຖືວ່າເປັນໜຶ່ງໃນແຫຼ່ງລາຍໄດ້ຫຼັກຂອງສີລັງກາ ແລະ ເປັນແຫຼ່ງທີ່ນຳເງິນຕາຕ່າງປະເທດມາສູ່ສີລັງກາ, ແຕ່ຫຼັງຈາກເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ການທ່ອງທ່ຽວຂອງສີລັງກາເກືອບວ່າຢຸດສະງັກ ບວກກັບການເມືອງພາຍໃນປະເທດ ຈຶ່ງເຮັດໃຫ້ ສີລັງກາ ເກີດວິກິດດ້ານເສດຖະກິດຢ່າງໜັກໜ່ວງໃນປະຫວັດສາດ. ເມື່ອໂຄວິດຜ່ອນຄາຍລົງ ການທ່ອງທ່ຽວເລີ່ມຟື້ນຕົວ ຈຶ່ງກາຍເປັນຄວາມຫວັງຂອງສີລັງກາໃນການຟື້ນຟູເສດຖະກິດໃຫ້ກັບເຂົ້າສູ່ສະພາບປົກກະຕິ.

May be an image of sky, skyscraper and twilight

ກ່ອນໜ້ານີ້, ສີລັງກາ ໄດ້ຕັ້ງເປົ້າດຶງດູດນັກທ່ອງທ່ຽວຕ່າງປະເທດ ປະມານ 1,5 ລ້ານເທື່ອຄົນ ໃນປີ 2023 ແລະ 3 ລ້ານເທື່ອຄົນ ໃນປີ 2024.