ຣັດເຊຍ ປະກາດຈະບໍ່ຂາຍນ້ຳມັນໃຫ້ບັນດາປະເທດທີ່ກຳນົດເພດານລາຄາ

44

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ທັນວາ 2022 ວ່າ: ຣັດເຊຍ ໄດ້ອອກມາປະກາດວ່າ ຈະບໍ່ຂາຍນ້ຳມັນ ແລະ ຜະລິດຕະພັນນ້ຳມັນໃຫ້ແກ່ບັນດາປະເທດ ແລະ ບໍລິສັດທີ່ຮ່ວມກຳນົດເພດານລາຄານ້ຳມັນຂອງຣັດເຊຍ ທີ່ປະເທດກຸ່ມ G7 ສະຫະພາບເອີຣົບ ແລະ ອົດສະ ຕຣາລີ ຮ່ວມກັນກຳນົດຂຶ້ນ ໂດຍບໍ່ເກີນ 60 ໂດລາຕໍ່ບາເຣວ ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 5 ທັນວາ 2022 ເປັນຕົ້ນມາ.

May be an image of 1 person and standing

ລາຍງານລະບຸວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ໄດ້ອອກຄຳສັ່ງຫ້າມຂາຍນ້ຳມັນ ແລະ ຜະລິດຕະພັນນ້ຳມັນໃຫ້ແກ່ບັນດາປະເທດທີ່ກຳນົດເພດານລາຄາດັ່ງກ່າວ ໂດຍມີຜົນນັບຕັ້ງແຕ່ວັນທີ 1 ກຸມພາ ຫາ ວັນທີ 1 ກໍລະກົດ 2023.

May be an image of 1 person and standing

ເຖິງວ່າອຸປະສົງນ້ຳມັນຂອງຣັດເຊຍຈະຫຼຸດລົງ ແຕ່ລາຍຮັບຈາກການສົ່ງອອກນ້ຳມັນເພີ່ມສູງຂຶ້ນ, ນອກຈາກນີ້ ຣັດເຊຍ ຍັງປ່ຽນຕະຫຼາດສົ່ງອອກຫຼັກໄປຍັງຈີນ ແລະ ອິນເດຍ ເຮັດໃຫ້ລາຍໄດ້ຈາກການຂາຍນ້ຳມັນ ຍັງຢູ່ລະດັບສູງ ເນື່ອງຈາກລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນ.