ຈີນ ຜະລິດຝ້າຍບັນລຸ 5,9 ລ້ານໂຕນ ໃນປີ 2022

36

ສຳນັກຂ່າວຊິນຫົວ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດ ຈີນ ເປີດເຜີຍວ່າຜົນຜະລິດຝ້າຍຂອງ ຈີນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນປີ 2022 ເນື່ອງຈາກສະພາບອາກາດໄດ້ເອື້ອອຳນວຍ ເຮັດໃຫ້ຜົນຜະລິດເພີ່ມສູງຂຶ້ນ.

May be an image of outdoors

ໃນປີ 2022, ຈີນ ຜະລິດຝ້າຍ ບັນລຸເກືອບ 5,98 ລ້ານໂຕນ ເພີ່ມຂຶ້ນ 4,3% ເມື່ອທຽບໃສ່ປີຕໍ່ປີ, ສ່ວນຜົນຜະລິດປະມານເກືອບ 2 ໂຕນຕໍ່ເຮັກຕາ ເພີ່ມຂຶ້ນ 5,3%. ສະພາບອາກາດທີ່ຮ້ອນ ແລະ ປະລິມານນໍ້າຝົນມີຄວາມເໝາະສົມ ສົ່ງຜົນໃຫ້ຜົນຜະລິດຝ້າຍຕໍ່ເຮັກຕາ ໃນເຂດປົກຄອງຕົນເອງ ຊິນຈຽງ ອຸຍກູ ເຊິ່ງເປັນພື້ນທີ່ປູກຝ້າຍຂະໜາດໃຫຍ່ທີ່ສຸດຂອງປະເທດ ເພີ່ມຂຶ້ນ 5,5% ໂດຍສະເພາະ ຊິນຈຽງ ກວມເອົາອັດຕາສ່ວນ 90,2% ຂອງການຜະລິດຝ້າຍທົ່ວປະເທດໃນປີນີ້.

May be an image of 1 person, standing, flower and outdoors