ເຜີຍແຜ່ ແຜນປະຕິຮູບ ພ້ອມປະກາດປັບປຸງການຈັດຕັ້ງ ຂອງ ລັດວິສາຫະກິດໄຟຟ້າລາວ

111

ໃນວັນທີ 26 ທັນວາ 2022 ຜ່ານມາ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ເຜີຍແຜ່ແຜນການປະຕິຮູບ ຂອງລັດວິສາຫະກິດໄຟຟ້າລາວຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະປະຕິຮູບໄຟຟ້າລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ (ຟຟລ) ພ້ອມຄະນະ ແລະ ພະນັກງານອ້ອມຂ້າງ ຟຟລ ທີ່ຢູ່ໃນຫ້ອງປະຊຸມ ແລະ ຜ່ານຊ່ອງທາງອອນລາຍ.

May be an image of one or more people and people standing
ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະປະຕິຮູບໄຟຟ້າລາວ ເຜີຍແຜ່ແຜນການປະຕິຮູບບາງຕອນວ່າ: ແຕ່ປີ 1961 ໄດ້ເກີດເປັນບໍລິສັດ ໄຟຟ້າລາວແຕ່ການຂະຫຍາຍໂຕແມ່ນຊັກຊ້າ ຈົນຮອດຊຸມປີ 1980 ເປັນຕົ້ນມາ ລັດຖະບານລາວ ຈຶ່ງໄດ້ລົງທຶນຫຼາຍຂຶ້ນ ໂດຍສະເພາະໃນ 20 ປີທີ່ຜ່ານມາ ລະບົບສົ່ງ ແລະ ລະບົບຈໍາໜ່າຍ ໄດ້ຂະຫຍາຍກວມທົ່ວປະເທດ ເພື່ອຮັບປະກັນການສະໜອງໄຟໃຫ້ສັງຄົມ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການປະຕິບັດນະໂຍບາຍໃຫ້ປະຊາຊົນໄດ້ເຂົ້າເຖິງການຊົມໃຊ້ໄຟຟ້າຖາວອນ, ເຊິ່ງມາຮອດປະຈຸບັນຄົວເຮືອນມີໄຟໃຊ້ສູງເຖິງ 95% ໃນປີ 2020 (ຕາມທິດສູ້ຊົນຂອງ ລັດຖະບານ ເພື່ອຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ), ແຕ່ໃນຄວາມເປັນຈິງ ຄວາມໜາແໜ້ນຂອງ ປະຊາກອນບໍ່ສູງ, ເຮັດໃຫ້ມີການລົງທຶນຫຼາຍ ແຕ່ປະລິມານການຊົມໃຊ້ໄຟໜ້ອຍ (ເປັນການລົງທຶນບໍ່ມີປະສິດທິຜົນໃນໄລຍະສັ້ນ).

May be an image of 2 people, people standing and indoor
ເນື່ອງຈາກ ພັກ-ລັດຖະບານ ເຫັນວ່າລາຍຮັບຕໍ່ຫົວຄົນແມ່ນຍັງຕໍ່າ ຈຶ່ງໄດ້ກໍານົດນະໂຍບາຍໃຫ້ຂາຍໄຟໃນລາຄາຕໍ່າກວ່າຕົ້ນທຶນໃຫ້ປະຊາຊົນ, ເຫັນໄດ້ຈໍານວນ 80% ຂອງຄົວເຮືອນໃນທົ່ວປະເທດ ມີອັດຕາການຊົມໃຊ້ໄຟໜ້ອຍກວ່າ 150 kWh/ເດືອນ, ຄິດໄລ່ເປັນເງິນຄ່າກະແສໄຟຟ້າ ສະເລ່ຍສູງສຸດບໍ່ເກີນ 60.000 ກີບ/ເດືອນ; ສໍາລັບປະເທດເພື່ອນບ້ານໃນຫຼາຍປະເທດ ກໍ່ໄດ້ມີນະໂຍບາຍເກື້ອກູນໃຫ້ປະຊາຊົນເຊັ່ນດຽວກັນ ແຕ່ກົນໄກທີ່ນໍາໃຊ້ແມ່ນກົນໄກທີ່ຕອບສະໜອງນະໂຍບາຍໃຫ້ສະເພາະຜູ້ມີລາຍຮັບຕໍ່າເທົ່ານັ້ນ ເຊິ່ງຈະແຕກຕ່າງກັບຂອງພວກເຮົາທີ່ໄດ້ຮັບນະໂຍບາຍແບບດຽວກັນໝົດ ບໍ່ວ່າຄົນມີຖານະດີ ຫຼື ຜູ້ຫາເຊົ້າກິນຄໍ່າ ແມ່ນໄດ້ຮັບນະໂຍບາຍອຸດໜູນລາຄາໄຟ, ເຮັດໃຫ້ລາຄາໄຟຂອງ ສປປ ລາວ ໃນພາກຄົວເຮືອນ ແລະ ພາກອຸດສາຫະກໍາ ແມ່ນເປັນອັດຕາທີ່ຕໍ່າທີ່ສຸດ ເມື່ອທຽບກັບບັນດາປະເທດເພື່ອນບ້ານ, ເຊິ່ງສັງຄົມສາມາດຊອກຮູ້ຂໍ້ມູນໄດ້ທາງຂໍ້ມູນຂ່າວສານອອນລາຍ.

May be an image of 5 people, people standing and indoor
ບັນຫາຂອງ ລັດວິສາຫະກິດໄຟຟ້າລາວ ມີທັງສາຍເຫດໃນໂຕ ກໍ່ຄືການບໍລິຫານຈັດການອົງກອນ ໃນໄລຍະຜ່ານມາທີ່ບໍ່ມີປະສິດທິພາບ ແລະ ສາຍເຫດນອກໂຕທີ່ຕິດພັນກັບຂອບເຂດສິດຄວາມຮັບຜິດຊອບຂອງມະຫາພາກ ແລະ ຈຸລະພາກ, ເຊິ່ງບັນຫາເຫຼົ່ານັ້ນເກີດຈາກການກໍານົດກົນໄກ ແລະ ນະໂຍບາຍ ທີ່ບໍ່ຈະແຈ້ງ ເຮັດໃຫ້ການດໍາເນີນງານຂອງ ລັດວິສາຫະກິດໄຟຟ້າລາວ ຂາດເປົ້າໝາຍທີ່ຊັດເຈນ.

May be an image of 3 people, people standing and indoor
ພັກ-ລັດ ເລັງເຫັນບັນຫາທີ່ສະສົມມາຫຼາຍສິບປີຂອງ ລັດວິສາຫະກິດໄຟຟ້າລາວ ຈຶ່ງຕັດສິນໃຈປະຕິຮູບຢ່າງເຖິງກົກເຖິງຮາກ, ເລິກເຊິ່ງເຖິງຖອງ ແລະ ຮອບດ້ານ, ເພື່ອຮັບປະກັນການປົກປ້ອງຊັບສິນຂອງລັດ, ຂອງປະເທດຊາດ ບໍ່ໃຫ້ຕົກເຮ່ຍເສຍຫາຍ ຮັບປະກັນປະສິດທິຜົນການເຄື່ອນໄຫວຂອງ ລັດວິສາຫະກິດໄຟຟ້າລາວ ໃນຖານະເປັນຂະ ແໜງຍຸດທະສາດ ທີ່ພົວພັນເຖິງຄວາມໝັ້ນຄົງທາງດ້ານພະລັງງານ ທີ່ຈະສົ່ງຜົນໃຫຍ່ຫຼວງຕໍ່ເສດຖະກິດຂອງປະເທດ.

May be an image of 3 people, people standing and indoor

ສະນັ້ນ, ໃນຕໍ່ໜ້າ ລັດວິສາຫະກິດໄຟຟ້າລາວ ຈະຕ້ອງປະຕິບັດຕາມຫຼັກການເຄື່ອນໄຫວຂອງ ວິສາຫະກິດ ແລະ ງົບປະມານແຫ່ງລັດ, ອັນໃດປະຕິບັດນະໂຍບາຍສາທາລະນະປະໂຫຍດ ແມ່ນເປັນໜ້າທີ່ຂອງລັດໂດຍກົງ, ອັນໃດເຮັດໜ້າທີ່ທຸລະກິດ ຕ້ອງເຄື່ອນໄຫວຕາມກົດໝາຍວ່າດ້ວຍວິສາຫະກິດ ໂດຍບໍ່ໃຫ້ມີການເກື້ອກູນ.

May be an image of 6 people and people standing

ພາຍຫຼັງໄດ້ຮັບຟັງແຜນການປະຕິຮູບ ຟຟລ ແລ້ວ ໃນພິທີກໍໄດ້ມີການປະກາດຊັບສ້ອນການຈັດຕັ້ງຈຳນວນໜຶ່ງ ຫຼັງມີການປະຕິຮູບ.